ງານວາງສະແດງປ້ອງກັນຊາດ ປ້ອງກັນຄວາມສະຫງົບອາຊີ 2013

ງານວາງສະແດງປ້ອງກັນຊາດ ປ້ອງກັນຄວາມສະຫງົບອາຊີ 2013 - ảnh 1
(ງານ​ວາງສະ​ແດງ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ອາຊີ 2013)

(vovworld) - ງານ​ວາງສະ​ແດງ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ອາຊີ 2013 ດຳ​ເນີນ​ໄປ​ໃນ​ວັນ​ທີ 04 – 07 ພະຈິກ ຢູ່​ແຂວງ ນອນ​ທະ​ບຸລີ, ປະ​ເທດ​ໄທ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວໜ້າເສນາ​ທິການໃຫຍ່ກອງທັບ​ປະຊາຊົນ​ຫວຽດນາມ ນຳ​ໜ້າ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ. ການ​ນຳ​ກອງທັບ​ກວ່າ 50 ປະ​ເທດ ​ແລະ 274 ກຸ່ມ​ບໍລິສັດ​ຜະລິດ​ອາວຸດ ​ແລະ ພາຫະນະ​ປ້ອງ​ກັນ​ຄວາມ​ສະຫງົບ ​​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV ປະຈຳ​ໄທ, ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວໜ້າເສນາ​ທິການໃຫຍ່ກອງທັບ​ປະຊາຊົນ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ຜ່ານ​ງານ​ວາງສະ​ແດງ, ພວກ​ຂ້າພະ​ເຈົ້າ​ຈະ​ກຳ​ໄດ້​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ອາວຸດ​ຂອງ​ບັນດາ​ບໍລິສັດ ​ເພື່ອ​ຮັບ​ໃຊ້​ເລື່ອງ​ຫັນ​ກອງທັບ​ປະຊາຊົນ​ຫວຽດນາມ ​ເປັນ​ທັນ​ສະ​ໄໝ. ພິ​ເສດ​ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຜົນງານ, ​ເຕັກ​ໂນ​ໂລ​ຊີ​ກ່ຽວ​ກັບ​ອາວຸດ​ຂອງ​ໄທ ຖ້າ​ຫາກ​ເໝາະ​ສົມ, ອາດ​ຈະ​ປະກອບ​ໃຫ້​ກອງທັບ​ປະຊາຊົນ​ຫວຽດນາມ”.

ຂ່າວ/ບົດ​ອື່ນ