ງານວາງສະແດງຜົນງານດ້ານເສດຖະກິດ-ສັງຄົມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຟຸ໊ອຽນ ຄືນໃໝ່

(VOVWORLD) -ງານວາງສະແດງໄດ້ແນະນໍາເອກະສານ, ວັດຖຸພັນ ນັບຫຼາຍຮ້ອຍຢ່າງ, ບັນດາການເຄື່ອນໄຫວຂອງອົງຄະນະພັກ, ກອງທັບ ແລະ ປະຊາຊົນບັນດາເຜົ່າຂອງແຂວງ ຟຸ໊ອຽນ, ບັນດາຜົນງານດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງທີ່ບັນລຸໄດ້ ພາຍຫຼັງໄລຍະ 30 ປີ
ງານວາງສະແດງຜົນງານດ້ານເສດຖະກິດ-ສັງຄົມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຟຸ໊ອຽນ ຄືນໃໝ່ - ảnh 1 ພິທີໄຂ ງານວາງສະແດງຜົນງານດ້ານເສດຖະກິດ-ສັງຄົມ ຢູ່ຂອບເຂດບໍລິເວນຫໍພິພິທະພັນແຂວງ ຟຸ໊ອຽນ (ພາບ: baodautu.vn)

ຕອນບ່າຍວັນທີ 27 ມິຖຸນາ, ຄະນະກໍາມະການປະຊາຊົນແຂວງ ຟຸ໊ອຽນ ໄດ້ຈັດພິທີໄຂງານວາງສະແດງຜົນງານດ້ານເສດຖະກິດ-ສັງຄົມ ຢູ່ຂອບເຂດບໍລິເວນຫໍພິພິທະພັນແຂວງ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຟຸ໊ອຽນ ຄືນໃໝ່ (1/7/1989 – 1/7/2019). ງານວາງສະແດງໄດ້ແນະນໍາເອກະສານ, ວັດຖຸພັນ ນັບຫຼາຍຮ້ອຍຢ່າງ, ບັນດາການເຄື່ອນໄຫວຂອງອົງຄະນະພັກ, ກອງທັບ ແລະ ປະຊາຊົນບັນດາເຜົ່າຂອງແຂວງ ຟຸ໊ອຽນ, ບັນດາຜົນງານດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງທີ່ບັນລຸໄດ້ ພາຍຫຼັງໄລຍະ 30 ປີ. ທ່ານ ຮອງປະທານຄະນະກໍາມະການປະຊາຊົນແຂວງ ຟຸ໊ອຽນ ຟານດິ່ງຟຸ່ງ ໃຫ້ຮູ້ວ່າ:

        “ງານວາງສະແດງໄດ້ນໍາມາໃຫ້ພວກເຮົາ ມູມມອງໂດຍສັງເຂບທີ່ສຸດກ່ຽວກັບໂສມໜ້າດ້ານເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ແລະ ກໍແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ໂຄສະນາ, ແນະນໍາເຖິງປະຊາຊົນ ແລະ ແຂກທ່ອງທ່ຽວກັບກ່ຽວພາບພົດຂອງປະເທດຊາດ ແລະ ຊາວ ຟຸ໊ອຽນ ແລະ ບັນດາທ່າແຮງບົ່ມຊ້ອນຂອງແຂວງຢ່າງກວ້າງຂວາງ ເພື່ອດຶງດູດການລົງທຶນພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ