ງານວາງສະແດງ“ອະທິປະໄຕເຂດທະເລ,ໝູ່ເກາະຫວຽດນາມ - ບັນດາຫຼັກຖານປະຫວັດສາດ”

ງານວາງສະແດງ“ອະທິປະໄຕເຂດທະເລ,ໝູ່ເກາະຫວຽດນາມ - ບັນດາຫຼັກຖານປະຫວັດສາດ” - ảnh 1
(ພາບປະກອບ)

(vovworld) –  ງານ​ວາງສະ​ແດງ “ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ​ຫວຽດນາມ - ບັນດາ​ຫຼັກ​ຖານ​ປະຫວັດສາດ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/07, ຢູ່​ແຂວງ​ຫາຍ​ເຢືອງ. ດ້ວຍ​ຮູບ​ຖ່າຍ, ​ເອກະສານ, ວັດຖຸ​ພັນ ນັບ​ຮ້ອຍ​ຢ່າງ ​ໄດ້​ວາງສະ​ແດງ​ຕາມ 4 ຫົວ​ຂໍ້​ຄື: ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ​ຫວຽດນາມ - ບັນດາ​ຫຼັກ​ຖານ​ປະຫວັດສາດ; ຮູບ​ຖ່າຍ​, ​ເອກະສານ​ຈຳນວນໜຶ່ງກ່ຽວ​ກັບ​ເຫດການ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ທະ​ເລ, ໝູ່​ເກາະ ​ແລະ ນັກຮົບ​ເຫຼົ່າ​ທັບ​ເຮືອ; ​ແຂວງ​ຫາຍ​ເຢືອງ ກັບ​ພາລະກິດປົກ​ປັກ​ຮັກສາ​ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ງານ​ວາງສະ​ແດງ​ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ, ​ແນະ​ນຳ​ເຖິງ​ປະຊາ​ຊົນ​ທຸກ​ຊັ້ນ​ວັນນະ​ພາຍ​ໃນ​ແຂວງ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະບູຊາ​ຂອງ​ປະ​ເທດ​ຊາດ… ງານ​ວາງສະ​ແດງ​ຈະ​ເປີດປະຕູ​ຮອດ​ວັນ​ທີ 10/08/2014 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ