ງານວາງສະແດງຮູບຖ່າຍ “ສາຍພົວພັນ ຫວຽດນາມ - ລາວ”

(VOVWORLD) - ເພື່ອຂ່ຳນັບຊົມເຊີຍປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, 
ງານວາງສະແດງຮູບຖ່າຍ “ສາຍພົວພັນ ຫວຽດນາມ - ລາວ” - ảnh 1ງານວາງສະແດງຮູບຖ່າຍ “ສາຍພົວພັນ ຫວຽດນາມ - ລາວ”

ສຳນັກຂ່າວສານ ຫວຽດນາມ ໄດ້ໄຂງານວາງສະແດງຮູບຖ່າຍ “ສາຍພົວພັນ ຫວຽດນາມ - ລາວ” ຍືນຍົງຄົງຕົວກ່ວາພູຜາປາໄມ້, ແມ່ນ້ຳລຳເຊຕະຫລອດໄປ. ງານວາງສະແດງແນະນຳຮູບຖ່າຍເອກະສານ 100 ກ່ວາແຜ່ນທີ່ສ່ອງແສງໄລຍະທາງສະໜິດຕິດພັນ, ຮຽງບ່າຮຽງໄຫຼ່ກັນຂອງພັດ, ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໃນການຕໍ່ຕ້ານອັນຍືດເຍື້ອຍາວນານຕ້ານລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານໃນເຄິ່ງກ່ວາສະຕະວັດ ເພື່ອປົດປ່ອຍຊາດຂອງແຕ່ລະປະເທດ ແລະ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ລັດ, 2 ຊາດໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນຢ່າງມີຊີວິດຊີວາ ແລະ ເລິກເຊິ່ງ. ງານວາງສະແດງເປີດບໍລິການເຖິງວັນທີ 30 ພະຈິກ 2017.

ງານວາງສະແດງຮູບຖ່າຍ “ສາຍພົວພັນ ຫວຽດນາມ - ລາວ” - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ