ງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”

(VOVWORLD) - ວັນທີ 17 ກໍລະກົດ, ທີ່ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມວັນນະຄະດີສິລະປະແຂວງ ເທື່ອທຽນເຫ້ວ ໄຂງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”. 
ງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” - ảnh 1ງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” (ພາບ: TTXVN)

ມີຜະລິດຕະພັນຮູບຖ່າຍກ່ວາ 100 ແຜ່ນທີ່ນຳມາວາງສະແດງ ໄດ້ຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງປະຊາຊົນ ຫວຽດນາມ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວປວງຊົນທັງຊາດ ເພື່ອພ້ອມກັນສະກັດກັ້ນໂລກລະບາດອັນຕະລາຍຂອງມວນມະນຸດ; ການເສຍສະຫຼະຂອງຜູ້ຢູ່ແນວໜ້າຕ້ານໂລກລະບາດ ແລະ ການແບ່ງປັນໃນຍາມຫຍຸ້ງຍາກ, ຖືກເຄາະຮ້າຍຂອງປະຊາຊົນຢູ່ທຸກເຂດພາກໃນທົ່ວປະເທດ. ງານວາງສະແດງຈະອັດລົງໃນວັນທີ 19 ກໍລະກົດ. 

ຕອບກັບ

ຂ່າວ/ບົດ​ອື່ນ