ງານວາງສະແດງເອກະສານ “ຮ່ວາງຊາ,ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ”

ງານວາງສະແດງເອກະສານ “ຮ່ວາງຊາ,ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ” - ảnh 1
ງານ​ວາງ​ສະ​ແດງເອ​ກະ​ສານ “ຮ​່​ວາງ​ຊາ,ເຈືອງ​ຊ​າ​ຂອງ​ຫວຽດ​ນາມ
ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ”
(ພາບ: TTXVN)

(vovworld) - ​​​​ວັນ​ທີ 17/03, ຢູ່​ເມືອງ ລາງ​ແຈ໋ງ, ແຂວງ​ແທງ​ຮ໋ວ​າ, ພະ​ແນກ​ຖະ​ແຫຼງ​ຂ່າວ​ - ສື​່​ສານແຂວງ​ແທງ​ຮ໋​ວາ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ລາງ​ແຈ໋ງ ໄຂ​ງານ​ວາງ​ສະ​ແດງ​ເຄ​ື່ອນ​ທີ່​ແນະ​ນ​ຳ​ເອ​ກະ​ສານ “ຮ​່​ວາງ​ຊາ, ເຈືອງ​ຊ​າ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ”. ງານ​ວາງ​ສະ​ແດງເຄ​ື່ອນ​ທີ່​ໄດ້​​ແນະ​ນຳວັດ​ຖຸ​ພັນ, ເອ​ກະ​ສານກວ່າ 200 ຢ່າງ, ແມ່ນ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ, ພື້ນ​ຖານ​ດ້ານ​ກົດ​ໝາຍສ່ວນ​ໜຶ່ງ​ທີ່​ພິ​ສູດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ໄດ້​ເປີດ​ປະ​ຕູ, ຮັບ​ໃຊ້​ປະ​ຊາ​ຊົນ​ເມືອງ ລາງ​ແຈ໋ງ ມາ​ຢ້ຽມ​ຊົມ, ຊອກ​ຮູ້ ຮອດ​ວັນ​ທີ 20/03. ຫຼັງ​ຈາກນັ້ນ​ງານ​ວາງ​ສະ​ແດງ​ເຄ​ື່ອນ​ທີ່​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ບັນ​ດາ​ຫົວ​ໜ່ວຍ, ທ້ອງ​ຖິ່ນ​ອື່ນໆ​ໃນ​ແຂວງ​ຄື: ເມືອງ​ບ໋າ​ເຟື໋ອກ, ເກີມ​ທຸຍ, ທ້ຽວ​ຮ໋​ວາ, ດົງ​ເຊີນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ຮົ່ງ​ດຶກ.


ຂ່າວ/ບົດ​ອື່ນ