ຈັດ​ກິດ​ຈະ​ກຳ​ກຸ​ສົນ​ຕ່າງໆ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ

(VOVWORLD) - ຕອນບ່າຍວັນທີ 20 ເມສາ, ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີຣົບ ໄດ້ສົມທົບກັບສະພາກາແດງ ຫວຽດນາມ ມອບຮູບແບບເສດຖະກິດແບບຍືນຍົງ ໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ດ້ຽນບຽນ.
ຈັດ​ກິດ​ຈະ​ກຳ​ກຸ​ສົນ​ຕ່າງໆ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ - ảnh 1ຄະນະຜູ້ແທນມອບການຊ່ວຍເຫຼືອແນວພັນງົວໃຫ້ແກ່ປະຊາຊົນຕາແສງ ປາຄວາງ, ນະຄອນ ດ້ຽນບຽນ (ພາບ: TTXVN)

ຢູ່ຕາແສງ ປາຄວາງ, ນະນຄອນ ດ້ຽນບຽນຝູ, ທ່ານນາງ ຟານບິກທ້ຽນ, ປະທານເວທີປາໄສແມ່ຍິງ ຫວຽດນາມ ປະຈຳ ເອີຣົບ ພ້ອມດ້ວຍທ່ານນາງ ບຸ່ຍທິຮວ່າ ປະທານສູນກາງສະພາກາແດງ ຫວຽດນາມ ໄດ້ມອບງົວພັນແມ່ 7 ໂຕໃຫ້ບັນດາຄອບຄົວທຸກຍາກ. ນອກຈາກນັ້ນແລ້ວ, ເວທີປາໄສດັ່ງກ່າວກໍໄດ້ມອບງົວຈຳນວນ 5 ໂຕໃຫ້ບັນດາຄອບຄົວທຸກຍາກຢູ່ຕາແສງ ແທັງອຽນ, ເມືອງ ດ້ຽນບຽນ, ລວມມູນຄ່າ 180 ລ້ານດົ່ງ.

ຈັດ​ກິດ​ຈະ​ກຳ​ກຸ​ສົນ​ຕ່າງໆ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ - ảnh 2ພິທີເລີ່ມລົງມືກໍ່ສ້າງເຮືອນຄົວ ຂອງ ໂຮງຮຽນປະຖົງ ເມື່ອງດັງ (ພາບ: TTXVN)
ກໍໃນຕອນບ່າຍຂອງວັນດຽວກັນ, ສູນກາງສະພາກາແດງ ຫວຽດນາມ ໄດ້ສົມທົບກັບກອງທຶນເພື່ອສາຍພົວພັນ ຮຸງກາຣີ - ຫວຽດນາມ, ກຸ່ມບໍລິສັດ Centralretil, ບໍລິສັດຫຸ້ນສ່ວນນົມ Nutifood, ເວທີປາໄສແມ່ຍິງ ຫວຽດນາມ ປະຈຳ ເອີຣົບ, ກຸ່ມຜູ້ໃຈບຸນໃຈກຸສົນ ບ້ານເກີດເມືອງນອນແຫ່ງສາຍຈິດມິດໃຈ, Vietcombank ສາຂາຮ່າໂນ້ຍ... ໄດ້ໜູນຊ່ວຍງົບປະມານກໍ່ສ້າງເຮືອນຄົວໃຫ້ແກ່ໂຮງຮຽນປະຖົມ ເມື່ອງດັງ, ມອບນົມປ່ອງ 450 ປ່ອງ ແລະ ສາງເກັບນ້ຳ 100 ອັນໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ຕາແສງ ເມື່ອງດັງ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການ “ວິວັດການມະນຸດສະທຳ - ມອບຮັບຄວາມຮັກ” ໂດຍສູນກາງສະພາກາແດງ ຫວຽດນາມ ປຸກລະດົມ ດ້ວຍຫຼາຍກິດຈະກຳທີ່ໄດ້ດຳເນີນໃນເດືອນມະນຸດສະທຳ ປີ 2024 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ