ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ຢູ່ແຂວງທ໊າຍງວຽນ

(VOVWORLD) -ວັນທີ 12 ເມສາ, ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ທ໊າຍງວຽນ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທ໊າຍງວຽນ ໄດ້ຈັດການພົບປະສັງສັນ, ຕ້ອນຮັບບຸນປີໃໝ່ລາວ ພສ 2562.

ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ຢູ່ແຂວງທ໊າຍງວຽນ - ảnh 1 ພິທີຕ້ອນຮັບບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ຢູ່ແຂວງທ໊າຍງວຽນ

(ພາບ: TTXVN)

ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແທດຈິງໄດ້ຮັບການຈັດຕັ້ງຄື: ອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດານັກສຶກສາລາວ, ຈັດພິທີຕ້ອນຮັບປີໃໝ່, ບາສີສູ່ຂວັນ, ຫົດນ້ຳຕາມຮີດຄອງປະເພນີ.. ພ້ອມກັນນັ້ນ, ນັກສຶກສາລາວ ກໍ່ສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ ທີສະແດງໃຫ້ເຫັນຈຸດວັດທະນະທຳຂອງປະເທດລາວ, ສ້າງຄວາມມ່ວນຊື່ນໃຫ້ແກ່ຜູ້ຊົມ ແລະ ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບ, ສະໜິດແໜ້ນລະຫວ່າງ 2 ຊາດຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ