ຈັດ​ພິ​ທີວາງ​ສີ​ລາ​ລຶກ​ກໍ່​ສ້າງ​ໂຮງ​ໝໍ​ສາ​ກົນ ໄລ​ຍະ 2 ຂຶ້ນ​ກັບ​ໂຮງ​ໝໍ​ສູນ​ກາງ ເຫວ້

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງໂຄງໝໍສາກົນໄລຍະ 2 ຂຶ້ນກັບໂຮງໝໍສູນກາງເຫວ້, ເຊິ່ງລວມມູນຄ່າການລົງທຶນເກືອບ 400 ຕື້ດົ່ງ (17 ລ້ານ USD), ສາມາດບັນຈຸຕຽງນອນ 300 ອັນຕາມມາດຖານສາກົນ.
ຈັດ​ພິ​ທີວາງ​ສີ​ລາ​ລຶກ​ກໍ່​ສ້າງ​ໂຮງ​ໝໍ​ສາ​ກົນ ໄລ​ຍະ 2 ຂຶ້ນ​ກັບ​ໂຮງ​ໝໍ​ສູນ​ກາງ ເຫວ້ - ảnh 1ພິທີວາງສີລາລຶກກໍ່ສ້າງໂຄງໝໍສາກົນໄລຍະ 2 ຂຶ້ນກັບໂຮງໝໍສູນກາງເຫວ້ (ພາບ: VGP)

ຕອນຄ່ຳວັນທີ 6 ເມສາ, ຢູ່ນະຄອນ ເຫວ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງໂຄງໝໍສາກົນໄລຍະ 2 ຂຶ້ນກັບໂຮງໝໍສູນກາງເຫວ້, ເຊິ່ງລວມມູນຄ່າການລົງທຶນເກືອບ 400 ຕື້ດົ່ງ (17 ລ້ານ USD), ສາມາດບັນຈຸຕຽງນອນ 300 ອັນຕາມມາດຖານສາກົນ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເຖິງການລົງທຶນ, ຈັດແບ່ງງົບປະມານຮັບໃຊ້ການເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ເຮັດແນວໃດເພື່ອໃຫ້ປະຊາຊົນທຸກຄົນໄດ້ເຂົ້າເຖິງບັນດາການບໍລິການສາທາລະນະສຸກ.

  ທ່ານນາຍົກລັດຖະມົນຕີກໍຮັບຮູ້, ຊົມເຊີຍ ແລະ ຕີລາຄາສູງມູນເຊື້ອອັນດີງາມ, ຜົນງານ ເຊິ່ງໂຮງໝໍສູນກາງເຫວ້ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງເຫວ້ ຂະຫຍາຍບົດຮຽນ, ປະສົບການທີ່ດີໃນການເພິ່ງຕົນເອງ, ຄຸ້ມຄອງ, ສັ່ງຊື້ອຸປະກອນການແພດ ແລະ ນຳໃຊ້ພື້ນຖານດ້ານວັດຖຸ ແລະ ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນທີ່ສຸດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ