ຈົດໝາຍຂອງພັນລະຍາ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສົ່ງເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ໃນບັນຍາກາດອັນໂສກເສົ້າຄິດຮອດຄິດເຖິງ ການຈາກໄປຂອງອ້າຍຈ້ອງນີ້ ນ້ອງຂໍພາວະນາໃຫ້ດວງວິນຍານຂອງເພິ່ນໄປສູ່ ສຸຂະຕິພົບສ່ວນເອື້ອຍ, ນ້ອງຂໍວີ້ງວອນໃຫ້ເອື້ອຍ ຮັກສາສຸຂະພາບ, ໃຫ້ເອື້ອຍມີອາຍຸໝັ້ນຍືນ ຢູ່ກັບລູກຫຼານບ້ານເມືອງ ໃຫ້ໄດ້ນານແສນນານເທິີ້ນ.



ຈົດໝາຍຂອງພັນລະຍາ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສົ່ງເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ຈົດໝາຍຂອງພັນລະຍາທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສົ່ງເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ເອື້ອຍເມິ້ນ ທີ່ຮັກ ແລະ ນັບຖື!

ມື້ນີ 19 – 7 ພໍເຂົ້າເຮືອນມາ, ອ້າຍທອງລຸນ ໄດ້ຍ່າງມາຫານ້ອງ ດ້ວຍສີໜ້າໂສກເສົ້າ ແລະ ເວົ້າອອກມາດ້ວຍນ້ຳສຽງຕ່າງປົກກະຕິຂຶ້ນ.

ມາລີເອີຍ, ອ້າຍ ຫງວຽນຝູຈ້ອງ ໄດ້ເສຍຊີວິດແລ້ວ, ໄດ້ຈາກພວກເຮົາໄປແລ້ວ, ອ້າຍໄດ້ຂ່າວມື້ກີ້ນີ້.

ເອື້ອຍເມິ້ນເອີຍ ໃນນາທີນັ້ນ ນ້ອງຕົກໃຈຕົກຕະລຶ້ງ ປາກບໍ່ອອກ  ແລະ ນ້ອງບໍ່ສາມາດກັ້ນນ້ຳຕາເອົາໄວ້ໄດ້ ແລະ ອ້າຍທອງລຸນ ກໍ່ຮີບກອດນ້ອງໄວ້ທັງເອົາມືຕົບຫຼັກນ້ອງ ແລະ ເວົ້າຂຶ້ນວ່າ “ອ້າຍກໍ່ສຸດທີ່ເສຍໃຈ ແລະ ເສົ້າໃຈ ເປັນທີ່ສຸດ ເມື່ອໄດ້ຮັບລາຍງານດ່ວນນີ້ ຈາກຮ່າໂນ້ຍ, ອົດທົນເອົາເຮັດໃຈແຂງໆໄວ້… ອ້າຍຈ້ອງ ຈາກໄປຢ່າງສະຫງົບເພິ່ນຫຼັບຈາໄປ ໃນທ່າມກາງແຫ່ງຄວາມອາໄສອາວອນ ແລະ ໂສກເສົ້ນເສຍດາຍ ຂອງປະຊາຊົນ ຫວຽດນາມ ທັງປະເທດ…

ເອື້ອຍເມີ້ນທີ່ຮັກແພງເອີຍ! ທຸກຄົນຢູ່ ຫວຽດນາມ ແລະ ຫຼາຍໆຄົນຢູ່ລາວ ຮູ້ຊື່ສຽງຮຽງນາມຂອງອ້າຍຈ້ອງ ຮູ້ວ່າ ຕະຫຼອດຊີວິດຂອງເພິ່ນ ເພິ່ນໄດ້ອຸທິດທຸກສິ່ງຢ່າງເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ຫວຽດນາມ ຢ່າງລືມຄວາມອິດເມື່ອຍຈົນເຖິງນາທີສຸດທ້າຍຂອງຊີວິດເພິ່ນ.

ເປັນເວລາຫຼາຍປີຜ່ານມາ ໃນການເປັນຜູ້ນຳຂອງເພິ່ນ ເພິ່ນເຖິງວ່າພາລະກິດຂອງເພິ່ນ ເຖິງວ່າພາລະກິດຂອງເພິ່ນຢູ່ປະເທດ ຫວຽດນາມ ແຕ່ລະມື້ຈະມີຢ່າງຫຼວງຫຼາຍ (ຮ້ອຍວຽກພັນວຽກງານ) ກໍ່ຕາມ ແຕ່ເພິ່ນກໍ່ຍັງແບ່ງປັນ ເວລາຄິດເຖິງປະເທດລາວ ແລະ ຄົນລາວຢ່າງບໍ່ລົດລະ ເພິ່ນໄດ້ຊ່ວຍເຫຼືອລາວ ຂອງພວກນ້ອງທັງຄວາມຄິດສະຕິປັນຍາບົດຮຽນ ລວມທັງວັດຖູປັດໄຈຕ່າງໆ…. ອ້າຍຈ້ອງ ເຄີຍເວົ້າວ່າ “ຊ່ວຍເພື່ອນກໍ່ຄືຊ່ວຍຕົນເອງ”.

ອັນນີ້ ອ້າຍທອງລຸນ ເຄີຍເວົ້າສູ່ນ້ອງຟັງຫຼາຍເທື່ອ ແລະ ຫຼາຍອັນກ່ວານີ້ ຕໍ່ກັບອ້າຍຈ້ອງ ທີ່ມີຕໍ່ຄົນລາວ, ມີຕໍ່ການນຳລາວ ຕໍ່ປະເທດ ແລະ ປະຊາຊົນລາວ, ພິເສດມີຕໍ່ສ່ວນຕົວ ຂອງອ້າຍທອງລຸນ.

ຮຽນເອື້ອຍ ເມິ້ນ ທີ່ຮັກແພງ, ນ້ອງຍັງຈົດຈຳໄດ້ດີ ເວລາທີ່ໄດ້ມີໂອກາດຕ້ອນຮັບອ້າຍຈ້ອງ ແລະ ເອື້ອຍເມິ້ນຢູ່ ລາວ - ພວກເຮົາໄດ້ນັ່ງເຮືອບິນ ນັງລົດນຳກັນ ມີການຮ່ສົນທະນາໂອ້ລົມກັນຢ່າງສະໜິດສະໜົມ ອົບອຸ່ນ ແລະ ໃນເວລາອ້າຍທອງລຸນ ຢ້ຽມຢາມທາງການຢູ່ ຫວຽດນາມ ນ້ອງກໍ່ໄດ້ຮັບການຕ້ອນຮັບຈາກ ເອື້ອຍດ້ວຍຄວາມສະໜິດສະໜົມອົບອຸ່ນທຸກໆຄັ້ງ ເມື່ອອ້າຍທອງລຸນ ໄດ້ມາເຮັດວຽກພົບປະກັບ ອ້າຍຈ້ອງ ເອື້ອຍເມິ້ນ ກໍ່ໄດ້ຝາກຄວາມຖາມຂ່າວເຖິງນ້ອງ.

ນ້ອງຮູ້ສຶກມີຄວາມອົບອຸ່ນ ເປັນຢ່າງຍິ່ງ, ແຕ່ລະຄັ້ງທີ່ອ້າຍຈ້ອງ ແລະ ອ້າຍທອງລຸນ ໄດ້ເຮັດວຽກຮ່ວມກັນ, ກິນເຂົ້ານຳກັນ ອ້າຍທອງລຸນ ມີແຕ່ນຳເອົາຂ່າວດີໆມາຕ້ອນນ້ອງທຸກໆຄັ້ງ ຈາກເອື້ອຍເມິ້ນ.

ເອື້ອຍເມິ້ນທີຮັກແພງ ອ້າຍຈ້ອງໄດ້ຈາກພວກເຮົາໄປແລ້ວ ແຕ່ຂໍໃຫ້ຄວາມຮັກແພງ, ຄວາມຜູກພັນ, ຄວາມເປັນເອື້ອຍນ້ອງຂອງພວກເຮົາຈົ່ງ ຢູ່ກັບພວກເຮົາ ແລະ ລູກຫຼານຂອງພວກເຮົາ ສືບຕໍ່ ໃຫ້ຍາວນານໄປເລື້ອຍໆ.

ເອື້ອຍເມິ້ນທີ່ຮັກ ນ້ອງຂຽນຈົດໝາຍສະບັບນີ້ໃຫ້ເອື້ອຍ ຍ້ອນຄິດຮອດອ້າຍຈ້ອງ ຜູ້ຈາກໄປ ແລະ ເປັນຫ່ວງເອື້ອຍ ຜູ້ທີ່ຍັງຢູ່…

ຈົດໝາຍທີ່ນ້ອງກຳລັງຂຽນຢູ່ນີ້, ເປັນຈົດໝາຍທີ່ຂຽນ ເຈືອປົນນ້ຳເມິກ ແລະນ້ຳຕາຂອງນ້ອງແທ້ໆ ນ້ອງບໍ່ແນໃຈວ່າ ຈະໄດ້ເດີນທາງມາກັບຄະນະຂອງອ້າຍທອງລຸນ ມາຮ່ວມພິທີສົ່ງສະການອ້າຍຈ້ອງຫຼືບໍ່, ໃນກໍລະນີ ນ້ອງບໍ່ໄດ້ດ້ວຍຕົນເອງນ້ອງຈະໄດ້ມອບໃຫ້ ອ້າຍທອງລຸນ ນຳຈົດໝາຍນີ້ມາມອບໃຫ້ເອື້ອຍໂດຍກົງ.

ເອື້ອຍເມິ້ນທີ່ຮັກແພງ,

ໃນບັນຍາກາດອັນໂສກເສົ້າຄິດຮອດຄິດເຖິງ ການຈາກໄປຂອງອ້າຍຈ້ອງນີ້ ນ້ອງຂໍພາວະນາໃຫ້ດວງວິນຍານຂອງເພິ່ນໄປສູ່ ສຸຂະຕິພົບສ່ວນເອື້ອຍ, ນ້ອງຂໍວີ້ງວອນໃຫ້ເອື້ອຍ ຮັກສາສຸຂະພາບ, ໃຫ້ເອື້ອຍມີອາຍຸໝັ້ນຍືນ ຢູ່ກັບລູກຫຼານບ້ານເມືອງ ໃຫ້ໄດ້ນານແສນນານເທິີ້ນ.

ດ້ວຍຄວາມຮັກ ແລະ ຫ່ວງໄຍ.

                                                                                                   ນາລີ ສີສຸລິດ

ຕອບກັບ

ຂ່າວ/ບົດ​ອື່ນ