ຈີນ ມານະພະຍາຍາມຮັບປະກັນໃຫ້ງານມະຫາກຳກິລາ Olympic ລະດູໜາວ ດຳເນີນໄປດ້ວຍຄວາມປອດໄພ

(VOVWORLD) -ແຕ່ວັນທີ 04 ມັງກອນ, ພາລະກອນ, ອາສາສະໝັກທີ່ເຂົ້າຮ່ວມວຽກງານຈັດຕັ້ງ Olympic ລະດູໜາວ ບໍ່ໄດ້ອອກນອກເຂດໄດ້ກຳນົດຢູ່ໃນເຂດ “ວົງຈອນປິດ” ປະມານ 2-3 ອາທິດ.
ຈີນ ມານະພະຍາຍາມຮັບປະກັນໃຫ້ງານມະຫາກຳກິລາ Olympic ລະດູໜາວ ດຳເນີນໄປດ້ວຍຄວາມປອດໄພ - ảnh 1ງານມະຫາກຳກິລາ Olympic ລະດູໜາວ ປັກກິງ 2022 ໄດ້ດຳເນີນໃນລະຫວ່າງວັນທີ 04 – 20 ກຸມພາ
(ພາບປະກອບ: AFP/TTXVN)

ວັນທີ 04 ມັງກອນ, ຈີນ ເລີ່ມຜັນຂະຫຍາຍຍຸດທະສາດ “ວົງຈອນປິດ” ເພື່ອແນໃສ່ຮັບປະກັນໃຫ້ແກ່ງານມະຫາກຳກິລາ Olympic ລະດູໜາວ ປັກກິງ 2022 ໄດ້ດຳເນີນໃນລະຫວ່າງວັນທີ 04 – 20 ກຸມພາ ຈະມາເຖິງນີ້.

        ຕາມນັ້ນແລ້ວ, ແຕ່ວັນທີ 04 ມັງກອນ, ພາລະກອນ, ອາສາສະໝັກທີ່ເຂົ້າຮ່ວມວຽກງານຈັດຕັ້ງ Olympic ລະດູໜາວ ບໍ່ໄດ້ອອກນອກເຂດໄດ້ກຳນົດຢູ່ໃນເຂດ “ວົງຈອນປິດ” ປະມານ 2-3 ອາທິດ. ຄາດວ່າ, ບັນດານັກຂ່າວ ແລະ ນັກກິລາເກືອບ 3.000 ຄົນຈະມານະຄອນຫຼວງ ປັກກິງ ໃນຮອບເວລາ 2-3 ອາທິດຈະມາເຖິງ ແລະ ເຂົາເຈົ້າຈະໄດ້ໄປມາຢູ່ແຕ່ໃນເຂດທີ່ໄດ້ກຳນົດໄວ້ເທົ່ານັ້ນໃນໄລຍະທີ່ຢູ່ ຈີນ. ຜູ້ໃດຢາກເຂົ້າໄປຍັງເຂດດັ່ງກ່າວຕ້ອງໄດ້ສັກວັກຊິນກັນໂຄວິດ-19 ຢ່າງຄົບຖ້ວນ ຫຼື ແຍກຫ່າງເປັນເວລາ 21 ວັນພາຍຫຼັງທີ່ເຂົ້າປະເທດ ຈີນ.

        ຕາມແຜນການ, ເຂດແຂ່ງຂັນຕົ້ນຕໍສ່ວນຫຼາຍແມ່ນຈະຈັດຢູ່ນອກນະຄອນຫຼວງ ປັກກິງ. ແຟນກິລາບໍ່ອະນຸຍາດໃຫ້ເຂົ້າເຂດ “ວົງຈອນປິດ” ໄດ້ເພື່ອຮັບປະກັນໃຫ້ແກ່ນັກກິລາ ແລະ ຄົນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ