ຈີນ ຫວັງວ່າ ການຢ້ຽມຢາມຂອງທ່ານ ປະທານປະເທດ ເຈືອງເຕີນຊາງ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ

ຈີນ ຫວັງວ່າ ການຢ້ຽມຢາມຂອງທ່ານ ປະທານປະເທດ ເຈືອງເຕີນຊາງ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ - ảnh 1
ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ​ນາງ  ຄວາຈວນຢິງ
(ພາບອີນເຕີແນດ)


(vovworld) - ​ດັ່ງ​ທີ່​ພວກ​ເຮົາ​ໃຫ້​ຂ່າວ​ໄປ​ແລ້ວ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​​ແຫ່ງສາທາລະນະ​ລັດ​ປະຊາຊົນ​ຈີນ ສື່​ຈີນ​ພິງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ຈະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ສາທາລະນະ​ລັດ​ປະຊາຊົນ​ຈີນ ​ໃນ​ລະຫວ່າງ​ວັນ​ທີ 19 – 21/06/2013. ວັນ​ທີ 14/06, ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ປະຈຳ ປັກ​ກິ​ງ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ​ນາງ  ຄວາ​ຈວນຢິງ ໃຫ້​ຮູ້​ວ່າ, ຈີນ​ຫວັງ​ວ່າ ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອ​ງເຕີນ​ຊາງ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ ​ໃຫ້​ບັນລຸ​ບາດກ້າວ​ພັດທະນາ​ໃໝ່.

        ທ່ານ​ນາງ ຄວາ​ຈວນຢິງ ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຢູ່​ຢ​້ຽມຢາມ​ຈີນ, ທ່ານ​ປະທານ​ປະ​ເທດຈີນ ສື່​ຈີນ​ພິງ ​ແລະ ບັນດາ​ການ​ນຳ​ອື່ນໆ​ຂອງ​ຈີນ ຈະ​ດຳ​ເນີນ​ການພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. 2 ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍຢ່າງ​ເລິກ​ເຊິ່ງ, ກໍ​ຄື​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາງ ຄວາ​ຈວນຢິງ ຖື​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ ພວມ​ຮັກສາ​ທ່າ​ພັດທະນາ​ເປັນ​ປົກກະຕິ. ທ່ານ​ນາງ ຄວາ​ຈວນຢິງ ກ່າວ​ວ່າ.

        “ຈີນ ຖື​ວ່າ, ຈີນ ​ແລະ ຫວຽດນາມ ລ້ວນ​ແຕ່​ແມ່ນ​ປະ​ເທດ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ ​ແລະ ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ກັນ. ປະຈຸ​ບັນ 2 ປະ​ເທດ​ລ້ວນ​ແຕ່​ຢູ່ໃນ​ໄລຍະ​ສຳຄັນ​ຂອງ​ການ​ປະຕິ​ຮູບ ​ແລະ ພັດທະນາ. ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ ​ໄດ້​ຮັບ​ການຮັກສາ​​ໃຫ້​ພັດທະນາ​ເປັນ​ປົກກະຕິ, ສົດ​ໃສ, ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ. ຈີນ ຫວັງ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຄັ້ງ​ນີ້ ຈະ​​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຢ່າງ​ແທດ​ຈິງ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ບັນຫາ​ຫຼາຍ​ຝ່າຍ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ ​ໃຫ້ບັນລຸ​ບັນດາ​ບາດກ້າວ​ພັດທະນາ​ໃໝ່”.

        ທ່ານ​ນາງ ຄວາ​ຈວນຢິງ  ກໍ​ໃຫ້​ຮູ້​ວ່າ, ປະຈຸ​ບັນ ບັນດາ​ອົງການມີໜ້າ​ທີ່ຂອງ 2 ຝ່າຍ ພວມ​ດຳ​ເນີນ​ການ​ເຈລະຈາ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງການ​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ເມືອງ, ປ້ອງ​ກັນຊາ​ດ, ​ເສດຖະກິດ, ການ​ຄ້າ.

ຂ່າວ/ບົດ​ອື່ນ