ຈີນ ແຈ້ງການ ທ່ານປະທານປະເທດຈີນ ສີຈີ້ນຜິງ ເຂົ້າຮ່ວມກອງປະຊຸມ G20

(VOVWORLD) -ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 14 ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 27 – 29 ມິຖຸນາ ຢູ່ນະຄອນ Osaka ປະເທດ ຍີ່ປຸນ.
ຈີນ ແຈ້ງການ ທ່ານປະທານປະເທດຈີນ ສີຈີ້ນຜິງ ເຂົ້າຮ່ວມກອງປະຊຸມ G20 - ảnh 1ທ່ານປະທານປະເທດ ຈີນ ສີຈີ້ນຜິງ (ພາບປະກອບ: TTXVN)

ວັນທີ 23 ມິຖຸນາ, ສໍານັກຂ່າວສານ ຊີນຮວາ ໄດ້ຄັດສະເໜີ ຄໍາກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນ ຫຼຸກາງ ໂດຍໃຫ້ຮູ້ວ່າ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 14 ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 27 – 29 ມິຖຸນາ ຢູ່ນະຄອນ Osaka ປະເທດ ຍີ່ປຸ່ນ, ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ນີ້ແມ່ນການຢັ້ງຢືນທາງການທໍາອິດຂອງ ຈີນ ກ່ຽວກັບເລື່ອງ ທ່ານ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.

        ຫາງສຽງຫວັງວ່າ ທ່ານປະທານປະເທດ ຈີນ ຈະມີການພົບປະຕ່າງຫາກກັບທ່ານ ປະທານາທິບໍດີ ອາເມລິກາ Donald Trump ຢູ່ນອກກອງປະຊຸມ. ການພົບປະລະຫວ່າງທ່ານ ປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບການຕີລາຄາວ່າ ມີລັກສະນະສໍາຄັນ ສໍາລັບຄວາມມານະພະຍາຍາມກັບຄືນສູ່ການເຈລະຈາ ເພື່ອແນໃສ່ຍູ້ຖອຍສະພາບການປິນຂັ້ນໄດໃນສົງຄາມການຄ້າລະຫວ່າງ ຈີນ ແລະ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ