ຈີນ ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ຝ່າຍ ຈີນ ເອົາໃຈໃສ່ຊຸກຍູ້ການຮ່ວມມືສ້າງບັນດາເສັ້ນທາງລົດໄຟເຊື່ອມຕໍ່ 2 ປະເທດ, ສືບຕໍ່ເປີດກວ້າງຕະຫຼາດໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ…
ຈີນ ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດ ຈີນ ປະຈຳ ຫວຽດນາມ ເຄືອໄຫວ, ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດງານຢູ່ ຫວຽດນາມ
(ພາບ: VGP)

        ຕອນບ່າຍວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ.ຈີນ ປະຈຳ ຫວຽດນາມ ເຄືອໄຫວ, ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດງານຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືການພັດທະນາການພົວພັນກັບ ຈີນ ແມ່ນຄຳຮຽກຮ້ອງຢ່າງພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ຝ່າຍ ຈີນ ເອົາໃຈໃສ່ຊຸກຍູ້ການຮ່ວມມືສ້າງບັນດາເສັ້ນທາງລົດໄຟເຊື່ອມຕໍ່ 2 ປະເທດ, ສືບຕໍ່ເປີດກວ້າງຕະຫຼາດໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ… ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍປະຕິບັດຄວາມຮັບຮູ້ລວມຂັ້ນສູງກ່ຽວກັບການຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນທາງທະເລໃຫ້ດີກວ່າ, ເຄົາລົບບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ບົນພື້ນຖານສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS) ປີ 1982.

        ສ່ວນທ່ານເອກອັກຄະລັດຖະທູດ ເຄືອໄຫວ ສະແດງຄວາມພ້ອມທີ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ມີຄວາມໝາຍຍຸດທະສາດ, ພັດທະນາເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ. ທ່ານຢືນຢັນວ່າ, ຈະມານະພະຍາຍາມສົມທົບກັບຝ່າຍ ຫວຽດນາມ ຜັນຂະຫຍາຍການຫັນເປັນລະອຽດ, ຊາບຊຶມຢ່າງຮອບດ້ານກ່ຽວກັບຄວາມຮັບຮູ້ລວມຂັ້ນສູງ ແລະ ບັນດາຂໍ້ຕົກລົງທີ່ 2 ຝ່າຍໄດ້ລົງນາມ; ພ້ອມກັນຄວບຄຸມ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນທາງທະເລໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ