ຈີນຈັດການປະຊຸມຂ່າວຕູ່ຫາຫວຽດນາມຢ່າງເປີດແປນ

ຈີນຈັດການປະຊຸມຂ່າວຕູ່ຫາຫວຽດນາມຢ່າງເປີດແປນ - ảnh 1
ກຳ່ປັ່ນຂອງ ຈີນ ສີດນ້ຳໃສ່ກຳ່ປັ່ນຂອງຫວຽດນາມ
(ພາບປະກອບ)

(vovworld) - ​ແຕ່​ວັນ​ທີ 13/6, ພາຍຫຼັງ “​ຈັດ​ວາງ“ ຮູບ​ພາບ​ຖ່າຍ​ທຳ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ອຸບັດ​ເຫດລະຫວ່າງ​ກຳ່​ປັ່ນ​ກວດກາ​ການ​ປະມົງ​ຫວຽດນາມ ​ແລະ ກຳ່​ປັ່ນ​ຕຳຫຼວດ​ທະ​ເລ​ຈີນ. ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດການ​ປະຊຸມ​ຂ່າວ ​ເພື່ອ​ແນ​ໃສ່​ຕູ່​ຫາ​ຫວຽດນາມ, ພ້ອມ​ທັງ​ແກ້​ຕົວ​ໃຫ້​ແກ່​ການ​ກະທຳ​ທີ່​ຜິດ​ກົດໝາຍ​ຂອງ​ຕົນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທີ່ການ​ປະຊຸມ​ຂ່າວ, ​ຮອງ​ຫົວໜ້າ​ກົມ​ຊາຍ​ແດນ​ທະ​ເລ​ໝູ່​ເກາະ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ອີ​ແຊນ​ແຫຼ​ນໄດ້​ກ່າວ​ຫາ​ຫວຽດນາມ​​ ໃຊ້ກຳ່ປັ່ນຫຼາຍ​ລຳ, ​ໃນ​ນັ້ນ​ມີ​ກຳ່​ປັ່ນ​ທະຫານ​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981, ​ແລະ ຕຳໃສ່​ກຳ່​ປັ່ນຂອງ​ຈີນ, ສົ່ງ​ຜົນ​ສະທ້ອນ​​ບໍ່​ດີ​ເຖິງ ຊີວິດ​ອີນຊີ​ ແລະ ກຳ່​ປັ່ນ​ຂອງ​ຈີນ. ​ເມື່ອນັກ​ຂ່າວຖາມວ່າ ​ບັນດາ​ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​​ກຳ່​ປັ່ນ​ຂອງ​ຈີນ​ຖືກ​ຕຳ່​ໃສ່​ນັ້ນ​ ລ້ວນ​ແຕ່​ປະກົດຢູ່​ຫົວ​ກໍ່​ປັ່ນ, ສິ່ງ​ດັ່ງກ່າວໝາຍ​ຄວາມ​ວ່າ​​​ກຳ່​ປັ່ນ​ຂອງ​ຈີນ​ຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຫວຽດນາມ​, ຫາກ​ບໍ່​ແມ່ນ​ກຳ່​ປັ່ນ​ຫວຽດນາມ​ຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຈີນ. ທ່ານອີ​ແຊນ​ແຫຼ​ນ ໄດ້​ອະທິບາຍ​ວ່າ, ຍ້ອນຟອງ​ທະ​ເລ​ພັດແຮງ, ກຳ່​ປ່ັນ​ບໍ່​ສາມາດ​ຢືນຄົງ​ຕົວໄດ້, ດັ່ງ​ນັ້ນ​ຈຶ່ງ​ຖືກກຳ່​ປັ່ນ​ຫວຽດນາມຕຳ່​ໃສ່​ຫົວ​. ທ່ານ​ຜູ້​ນີ້​ຍັງ​ເວົ້າ​ວ່າ ຈີນ​ບໍ່​ຈັດ​ສົ່ງ​ກຳ່​ປັ່ນ​ທະຫານ​ທີ່​ປະກອບ​ອາວຸດ​ທັນ​ສະ​ໄໝ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981, ຫາກ​ພຽງ​ແຕ່​ໄປ​ຜ່ານ​ເຂດ​ນີ້ “​ໂດຍ​ບັງ​ເອີນ“ ​ເທົ່າ​ນັ້ນ. ທີ່​ການ​ປະຊຸມ​ຂ່າວ​, ບັນດາ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຊື່​ມວນ​ຊົນ​ຈີນ ​ແລະ ຄຳ​ຕອບ​ຂອງ ຮອງ​ຫົວໜ້າ​ກົມ​ຊາຍ​ແດນ​ທະ​ເລ​ໝູ່​ເກາະຈີນອີ​ແຊນ​ແຫຼ​ນ ລ້ວນ​ແຕ່​ໄດ້​ຮັບ​ການ​ກະກຽມ​ກ່ອນຢ່າງ​ຮຽບຮ້ອຍ.​ ທ່ານອີ​ແຊນ​ແຫຼ​ນ ຍັງ​ໃຫ້​ຮູ້​ວ່າ​ຈີນ​ຫວັງ​ວ່າ​ຫວຽດນາມຈະ​ບໍ່​ນຳ​ເຫດການ​ນີ້​ອອກ​ສານ ຫຼື ຕຸລາການ​ສາກົນ​ແກ້​ໄຂ, ຫາກຫວັງ​ວ່າບັນຫາ​ນີ້ຈະ​​ໄດ້​ຮັບ​ການແກ້​ໄຂ ​ຜ່ານ​ການ​ເຈລະຈາ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ