ຈີນ​ຈະ​ເປີດກວ້າງ​ປະ​ຕູ​ກັບ​ໂລກຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ

(VOVWORLD) -ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ການພັດທະນາຂອງຈີນ ບໍ່ອາດຕັດແຍກອອກຈາກໂລກໄດ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ປະເທດນີ້ຈະນັບມື້ນັບເປີດປະຕູກັບໂລກ ຢ່າງເລິກເຊິ່ງກວ້າງຂວາງ.
ຈີນ​ຈະ​ເປີດກວ້າງ​ປະ​ຕູ​ກັບ​ໂລກຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ - ảnh 1ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກ່າວຄຳເຫັນທີ່ການພົບປະ

ວັນທີ 23 ຕຸລາ, ຢູ່ນະຄອນຫຼວງປັກກິ່ງ, ພາຍຫຼັງກອງປະຊຸມຄົບຄະນະຄັ້ງປະຖົມມະເລິກ ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XX ຂອງພັກກອມມູນິດ ຈີນ, ຄະນະປະຈຳກົມການເມືອງ ໄດ້ພົບປະກັບນັກຂ່າວທັງຢູ່ພາຍໃນ ແລະ ຕ່າງປະເທດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ການພັດທະນາຂອງຈີນ ບໍ່ອາດຕັດແຍກອອກຈາກໂລກໄດ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ປະເທດນີ້ຈະນັບມື້ນັບເປີດປະຕູກັບໂລກ ຢ່າງເລິກເຊິ່ງກວ້າງຂວາງ.

ກອງປະຊຸມສູນກາງພັກຄັ້ງປະຖົມມະເລິກ ຂອງພັກກອມມູນິດຈີນ ຊຸດທີ XX ເລືອກຕັ້ງໄດ້ເລືອກຕັ້ງກົມການເມືອງລວມມີ ສະມາຊິກ 24 ທ່ານ, ໃນນັ້ນມີ ກຳມະການປະຈຳການກົມການເມືອງ 7 ທ່ານ, ລວມມີ: ສີຈິ້ນຜິງ, ລີຈຽງ, ຈາວລຶວຈີ, ອວາງຮູໜິງ, ຈາຍຈີ, ດິງຊວາແຊ້ງ, ຫຼີຊີ. ໃນນັ້ນທ່ານ ສີຈິ້ນຜິງ ຈະສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ໃນອາຍຸການທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ