ຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ-981ແມ່ນຜິດກົດໝາຍສາກົນ

ຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ-981ແມ່ນຜິດກົດໝາຍສາກົນ - ảnh 1
ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​​ “​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈ​າະນ້ຳມັນ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ ຫວຽດນາມ ພາຍ​ໃຕ້​ແງ່​ມູມຂອງ​ກົດໝາຍ​ສາກົນ”

(vovworld) – ຕອນ​ເຊົ້າ​ວັນ​ທີ 20/5, ມະຫາ​ວິທະຍາ​ໄລ ກົດໝາຍ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​​ “​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈ​າະນ້ຳມັນ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ ຫວຽດນາມ ພາຍ​ໃຕ້​ແງ່​ມູມຂອງ​ກົດໝາຍ​ສາກົນ”. ທີ່​ການ​ໂອ້​ລົ​ມສົນທະນາ, ບັນດາ​ນັກຮຽນ​ຮູ້, ນັກຊ່ຽວຊານ​ຄົ້ນ​ຄ້ວາ​ວິທະຍາສາດກ່ຽວ​ກັບ​ທະ​​ເລ ​ແລ​ະ ໝູ່​ເກາະ​ຢັ້ງຢືນວ່າ​ເລື່ອງ​ຕັ້ງ​ຮ້າຍ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981​ແມ່ນ​ການ​ກະທຳ​ລະ​​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຮ້າຍ​ແຮງ. ດຣ ຫງວຽນ​ບ໋າ​ຢ໋ຽນ, ປະທານ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວິທະຍາສາດ​ທະ​ເລ ​ແລະ ໝູ່​ເກາະ, ຜູ້ອຳນວຍການ​ສູນ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ແລະ ການ​ເດີນທະ​ເລ​ສາກົນ ສັງ​ກັດ ພະ​ແນ​ກກົດໝາຍ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ຢືນຢັນ​ວ່າ:

    “ຕາມ 7 ຫຼັກການ​ໃຫຍ່​ທີ່​ ສປຊ ຮັບຮອງ​ເອົາ​ເມື່ອ​ປີ 1970 - ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ​ແລ້ວ ຈີນ ພວມ​ລະ​ເມີດ ​ແລະ ພິ​ເສດ​ຕາມ​ຫຼັກການ​, ຈຸດໝາຍກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ແລ້ວ​ໃນ​ຖານະ​ເປັນ​ສະມາຊິກ​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ແລະ ​ເຂົ້າ​ຮ່ວມ​ສົນທິສັນຍາ​ນີ້, ຈີນ ຜູ້​ຕ້ອງ​ປະຕິບັດ​ກົດໝາຍ​ນີ້​ແຕ່, ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ຈີນ ນັບ​ມື້​ນັບ​ລະ​​ເມີດ​ຢ່າງ​ຮ້າຍແຮງ.​”

    ສ່ວນ ດຣ ​ເລ​ກູ໋ວກິ່ງ, ນັກວິຊາການ​ຂັ້ນ​ສູງ​ຄົ້ນ​ຄ້ວາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ຖື​ວ່າ:

    “​ໃນ​ການ​ປະຊຸມ​ຂ່າວ​ມໍ່ໆ​ມາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຂອງ ຈີນ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​​ໄຮ້​ເຫດຜົນ, ຮຽກຮ້ອງ​ໃຫ້ ຫວຽດນາມ ຖອນກຳ​ປັ່ນ​ທັງ​ໝົດ​ຂອງ​ຕົນອອກຈາກ​ເຂດທີ່ ຈີນ ພວມຕັ້ງ​ຮ້າ​ນ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດ​ໝາຍ ຈຶ່ງ​ເຂົ້າ​ຮ່ວມ​ການ​ເຈລະຈາ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້ເຫັນ​ວ່າ ຈີນ ພວມຕັ້ງ​ໃຈ​ຖື​ການ​ກະທຳ​ສົມ​ເຫດ​ສົມ​ຜົນ​ຂອງ ຫວຽດນາມ ​ແມ່ນ​ການ​ກະທຳລະ​​ເມີດ​ສິດ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ສິດ​ອຳນາດ​ສານ​”


ຂ່າວ/ບົດ​ອື່ນ