ຈີນຕ້ອງຮັບຜິດຊອບການສຶກສາ, ແນະນຳໃຫ້ຊາວ ປະມົງເຄົາລົບນັບຖືອະ ທິປະໄຕຂອງຫວຽດນາມ

ຈີນຕ້ອງຮັບຜິດຊອບການສຶກສາ, ແນະນຳໃຫ້ຊາວ ປະມົງເຄົາລົບນັບຖືອະ ທິປະໄຕຂອງຫວຽດນາມ - ảnh 1
ກຳປັ່ນສູ້ຮົບຂອງ ຈີນ ເຄື່ອນໄຫວຢູ່ທະເລຕາເວັນອອກ
(ພາບປະກອບ)

(vovworld) - ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ເຄືອ​ຂ່າຍ​ສື່ສານ ຈີນ ​​ໃຫ້​ຂ່າວ​ວ່າ, ​ວັນ​ທີ 12/7/2012, ກຳ​ປັ່ນ​ຫາ​ປາ​ຂອງ​ແຂວງ ​ໄຮ​ໜາມ 30 ລຳ ​ທີ່ເລີ່​ມອອກ​ເດີນທາງ​ຈາກ​ທ່າ​ກຳ​ປັ່ນ ຊານຢ້າ  ​ໄປ​ຫາ​ປາ​ຢູ່​ອ້ອມຫາດ​ຫິນ Chu Thap ທີ່​ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊານັ້ນ, ຜູ້​ຕາງໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເນ​ັ້ນໜັກ​ວ່າ: “ຫຼັກ​ໝັ້ນ​ຂອງ​ຫວຽດນາມ ທີ​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ​ໄດ້​ຮັບ​ການ​ຢັ້ງຢືນ​ຫຼາຍ​ເທື່ອ​​ແລ້ວ. ການ​ເຄື​່ອນ​ໄຫວ​ຂຸດ​ຄົ້ນ​ຂອງ​ຊາວ​ປະມົງ ຈີນ ຢູ່​ເຂດ​ໝູ່​ເກາະ ​ເຈື່ອງ​ຊາ ​ແມ່ນ​ບໍ່​ຖືກ​ກັບ​ກົດ​ໝາຍ, ລະ​ເມີດ ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ນີ້. ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ມີ​ຄວາມ​ຮັບຜິດຊອບສື​ກສາ, ​ແນະນຳ​ຊາວ​ປະມົງ​​ເຄົາລົບ​ນັບຖື​ອະທິປະ​ໄຕ, ຜືນ​ແຜ່ນດິນ​ຂອງ​ຫວຽດນາມ, ​ແລະປະຕິບັດ​ຕາມກົດໝາຍ​ສາກົນ.”

ຂ່າວ/ບົດ​ອື່ນ