ຈີນພິມຈຳຫນ່າຍສະແຕມລະເມີດອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະຮ່ວາງຊາ

ຈີນພິມຈຳຫນ່າຍສະແຕມລະເມີດອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະຮ່ວາງຊາ - ảnh 1
ເກາະຮ່ວາງຊາ
ພາບ:internet


(vovworld)- ​ເດືອນ 5/2013, ອົງການ​ໄປສະນີ​ຂອງ​ຈີນ ​ໄດ້​ພິມ​ຈຳຫນ່າຍ​ຊຸດ​ສະ​ແຕມ​ລວມມີ 6 ​ແບບ, ​ໃນ​ນັ້ນ ມີ​ສະ​ແຕມ​​ແບບຫນຶ່ງ​ພິມ​ຈຳຫນ່າຍ​ຮູບ​ພາບ​ບັນດາ​ເກາະ​ຂຶ້ນ​ກັບໝູ່​ເກາະ​ຮ່ວາງ​ຊາຂອງ ຫວຽດນາມ ​ນີ້ແມ່ນການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ແຫ່ງ​ນີ້. ຫວຽດນາມ ມີ​ພື້ນຖານ​ດ້ານ​ກົດໝາຍ​ຢ່າ​ງຄົບ​ຖ້ວນ​ເພື່ອ​ຢັ້ງຢືນ​ອະທິປະ​​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເລື່ອງ​ອົງການໄປສະນີ​ຂອງ​ຈີນ ພິມ​ຈຳຫນ່າຍ​​ສະ​ແຕມ​ແບບ​ນີ້​ແມ່ນ​ບໍ່​ສອດ​ຄອ່ງກັບ​ບັນດາ​ຂໍ້​ກຳນົດ​ຂອງ​ເອກະສານ​ພັນ​ທະ​ມິດ​ໄປ​ສະ​ນີ​ໂລກ. ອົງການ​ໄປ​ສະ​ນີຫວຽດນາມ ຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ​ອົງການ​ໄປສະນີ​ຈີນ ​ແລະ ຮຽກຮ້ອງ​ອົງການ​ໄປສະນີຈີນ​ຕ້ອງ​ເຄົາລົບ​ຄວາມ​ຈິງ ​ແລະ ຍົກ​ເລີກ​ຊຸດ​ສະ​ແຕມ, ຊອງ​ຈົດໝາຍ, ​ໃບ​ສະ​ນີຍະ​ບັດທີ່​ພິມ​ຈຳຫນ່າຍ​ບັນດາ​​ເກາະ​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາຂອງ​ຫວຽດນາມ, ບໍ່​ປະ​​ໃຫ້​ເກີດ​ການ​ກະທຳ​ຄ້າຍຄື​ກັນ, ປະກອບສ່ວນ​ສ້າງສາ​ຍພົວພັນ​ລະຫວ່າງ​ສອງ​ຂະ​ແຫນງ​ໄປສະນີ​ເວົ້າ​ສ​ະ​ເພາະ ​ແລະ ຫວຽດນາມ - ຈີນ​ເວົ້າລວມ.

ຂ່າວ/ບົດ​ອື່ນ