ຈີນ,ອາເມລິກາຊຸກຍູ້ການຮ່ວມມືຕ້ານຢາເສບຕິດແລະຄວາມປອດໄພທາງເຄືອຂ່າຍອີນເຕີແນັດ

(VOVWORLD) -ຖະແຫຼງການຮ່ວມລະຫວ່າງລັດຖະບານຈີນ ແລະ ອາເມລິກາ ທີ່ປະກາດໃນວັນທີ 06 ຕຸລາ ຊີ້ແຈ້ງວ່າ, ປັກກິງ ແລະ ວໍຊິງຕັນ ຈະດຳເນີນການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດຕ້ານຢາເສບຕິດ, ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ແລະ ສົ່ງກັບເມືອປະເທດ.

ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ, ບັນດາຜົນງານຕົ້ນຕໍໃນການເຈລະຈາຄັ້ງທຳອິດກ່ຽວກັບການປະຕິບັດກົດໝາຍ ແລະ ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ຈີນ - ອາເມລິກາ ເຊິ່ງໄດ້ດຳເນີນໃນວັນທີ 04 ຕຸລາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ຄົວເຊິງຄວນ, ກຳມະການຜູ້ປະຈຳການລັດຖະບານ, ລັດຖະມົນຕີກະຊວງຕຳຫຼວດຈີນ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ Jeff Sessions. ການເຈລະຈາຄັ້ງນີ້ແມ່ນ 1 ໃນຈຳນວນ 4 ກົນໄກຕິດຕໍ່ຂັ້ນສູງເຊິ່ງໄດ້ຮັບການສ້າງຕັ້ງໃນການພົບປະລະຫວ່າງທ່ານປະທານປະເທດຈີນ ສີຈີ້ນຜິງ ກັບທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອຕົ້ນເດືອນ ເມສາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ