ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃນ​ໂລກ ໄດ້​ລື່ນ​ກາຍ​ຕົວ​ເລກ 1 ລ້ານ 2 ແສນ​ຄົນ​ແລ້ວ

(VOVWORLD) -     ຕາມເວັບໄຊ worldometers.info, ໄລ່ຮອດຕອນເຊົ້າວັນທີ 5 ເມສາ (ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ແມ່ນກວ່າ 1 ລ້ານ 2 ແສນຄົນແລ້ວ, ຈຳນວນຜູ້ເສຍຊີວິດ ແມ່ນກວ່າ 64 ພັນຄົນ. ໂລກລະບາດດັ່ງກ່າວ ໄດ້ແຜ່ລະບາດອອກສູ່ 206 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.

ອາເມລິກາ ຍັງຄົງແມ່ນປະເທດນຳໜ້າໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເມື່ອລື່ນກາຍຈຳນວນ 300.000 ກໍລະນີ ແລະ ກວ່າ 8.400 ກໍລະນີ ເສຍຊີວິດ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນວ່າ  “ສັບປະດາຄັບຂັນທີ່ສຸດ” ຂອງປະເທດນີ້ໃກ້ຈະຮອດແລ້ວ ແລະ ຄາດວ່າຈະມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.

ໃນຂະນະນັ້ນ, 24 ຊົ່ວໂມງຜ່ານມາ, ເອີີຣົບ ໄດ້ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກ ນັບພັນຄົນ, ໃນຂະນະຈຳນວນຜູ້ຕິດເຊື້ອໃໝ່ກໍເພີ່ມຂຶ້ນນັບສິບພັນຄົນ. ຢູ່ອັງກິດ ໄດ້ຢັ້ງຢືນຈຳນວນຜູ້ເສຍຊີວິດໃໝ່ຢູ່ປະເທດນີ້ໃນວັນທີ 4 ເມສາ ແມ່ນສູງໃນລະດັບສະຖິຕິດ້ວຍຈຳນວນ 708 ຄົນ. ຢູ່ ແອັດສະປາຍ ແລະ ອີຕາລີ ແມ່ນຢືນອັນດັບທີ 2 ແລະ ທີ 3.

ໄລ່ຮອດທ້າຍວັນທີ 4 ເມສີ, ທົ່ວພາກພື້ນອາຟະລິກາ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດແມ່ນ 8.220 ຄົນ, ໃນນັ້ນ 372 ຄົນເສຍຊີວິດ. ທະນາຄານພັດທະນາອາຊີ ກ່າວເຕືອນວ່າ ໂລກລະບາດໂຄວິດ - 19 ມີຄວາມສ່ຽງກໍ່ຜົນເສຍຫາຍຈຳນວນ 4.100 ຕື້ USD ຕໍ່ພື້ນຖານເສດຖະກິດທົ່ວໂລກ, ແມ່ນເທົ່າກັບ 4,8% GDP ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ