ຈຳນວນຜູ້ຕິດເຊື້ອໂຄວິດ-19ໃໝ່ ຢູ່ນະຄອນໂຮ່ຈິມິນຫຼຸດລົງຢ່າງຫຼວງຫຼາຍ, ມີພຽງ 66 ຄົນເທົ່ານັ້ນ

(VOVWORLD) -ຈໍານວນຄົນເຈັບທີ່ປະກາດປິ່ນປົວຫາຍດີ ໃນວັນທີ 4 ກຸມພາ ແມ່ນ 8.500 ກໍລະນີ, ອັນໄດ້ຍົກ ຍອດຈໍານວນ ຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີຂຶ້ນເຖິງ 2.102.456 ກໍລະນີ
ຈຳນວນຜູ້ຕິດເຊື້ອໂຄວິດ-19ໃໝ່ ຢູ່ນະຄອນໂຮ່ຈິມິນຫຼຸດລົງຢ່າງຫຼວງຫຼາຍ, ມີພຽງ 66 ຄົນເທົ່ານັ້ນ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງ ຂອງວັນທີ 3 ກຸມພາ ຫາ ເວລາ 16 ໂມງ ຂອງວັນທີ 4 ກຸມພາ, ຫວຽດນາມ ຢັ້ງຢືນມີ ຜູ້ຕິດເຊື້ອໃໝ່ເກືອບ 11.600 ຄົນ, ໃນນັ້ນມີ 8 ຄົນມາຈາກຕ່າງປະເທດ ແລະ ຕິດເຊື້ອຢູ່ພາຍໃນປະເທດ 11.586 ຄົນ (ເພີ່ມຂຶ້ນ 3.011 ກໍລະນີ ເມື່ອທຽບໃສ່ມື້ກ່ອນນັ້ນ) ຢູ່ 59 ແຂວງ, ນະຄອນ (ຕິດເຊື້ອໃນຊຸມຊົນມີ 7,062 ກໍລະນີ). ຮ່າໂນ້ຍ ຍັງຄົງແມ່ນທ້ອງຖິ່ນທີ່ມີຈຳນວນກໍລະນີຫຼາຍກ່ວາໝູ່ ເມື່ອທຽບໃສ່ທົ່ວປະເທດ (2.756 ກໍລະນີ). ໃນຂະນະນັ້ນ, ຈຳນວນກໍລະນີໃໝ່ຢູ່ນະຄອນໂຮ່ຈິມິນຫຼຸດລົງຢ່າງຫຼວງຫຼາຍ, ມີພຽງ 66 ກໍລະນີເທົ່ານັ້ນ.

     ຈໍານວນຄົນເຈັບທີ່ປະກາດປິ່ນປົວຫາຍດີ ໃນວັນທີ 4 ກຸມພາ ແມ່ນ 8.500 ກໍລະນີ, ອັນໄດ້ຍົກ ຍອດຈໍານວນ ຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີຂຶ້ນເຖິງ 2.102.456 ກໍລະນີ.

     ມາຮອດປະຈຸບັນ, ຈຳນວນວັກຊີນທັງໝົດທີ່ໄດ້ສັກແມ່ນ 181,665,411 ໂດສ. ອັດຕາຜູ້ທີ່ສັກວັກຊິນຄົບ 2 ເຂັມ ກວມ 76,9% ຈຳນວນປະຊາກອນ; ອັດຕາ ສັກວັກຊິນເຂັມທີ 3 ກວມເອົາ 29,4% ຂອງ ປະຊາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ