ຈຳນວນຜູ້ເຂົ້າເມືອງຢ່າງຜິດກົດໝາຍຢູ່ ອັງກິດ ຫຼາຍທີ່ສຸດຢູ່ ເອີລົບ

(VOVWORLD) - ປະຈຸບັນ ຢູ່ ອັງກິດ ມີຜູ້ເຂົ້າເມືອງຢ່າງຜິດກົດໝາຍປະມານ 745.000 ຄົນ
ຈຳນວນຜູ້ເຂົ້າເມືອງຢ່າງຜິດກົດໝາຍຢູ່ ອັງກິດ ຫຼາຍທີ່ສຸດຢູ່ ເອີລົບ - ảnh 1ຜູ້ເຂົ້າເມືອງຢ່າງຜິດກົດໝາຍໄປຜ່ານຊ່ອງແຄບທະເລ Manche
(ພາບ: Getty Images/TTXVN)

        ຕາມການຄົ້ນຄວ້າຫຼ້າສຸດໂດຍບັນດານັກຊ່ຽວຊານຂອງມະຫາວິທະຍາໄລ Oxford ປະຕິບັດ, ປະຈຸບັນ ຢູ່ ອັງກິດ ມີຜູ້ເຂົ້າເມືອງຢ່າງຜິດກົດໝາຍປະມານ 745.000 ຄົນ, ລື່ນກາຍຕົວເລກ 700.000 ຄົນຢູ່ ເຢຍລະມັນ ແລະ ຫຼາຍທົບ 2 ເທົ່າເມື່ອທຽບໃສ່ ຝລັ່ງ ແມ່ນ 300.000 ຄົນ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າ, ໃນຈຳນວນຊາວ ອັງກິດ 100 ຄົນຈະມີຜູ້ໜຶ່ງທີ່ດຳລົງຊີວິດຢ່າງຜິດກົດໝາຍ.

        ໝາກຜົນການຄົ້ນຄວ້າໄດ້ປະກາດໃນຈຸດເວລາ ອັງກິດ ຫາກໍ່ຮັບຮູ້ຈຳນວນຜູ້ເຂົ້າເມືອງຢ່າງຜິດກົດໝາຍຢູ່ລະດັບສະຖິຕິໃນປີນີ້, ດ້ວຍ 973 ຄົນໄດ້ໄປຜ່ານຊ່ອງແຄບທະເລ Manche ເຂົ້າ ອັງກິດ ດ້ວຍເຮືອນ້ອຍ 17 ລຳໃນວັນທີ 05 ຕຸລາ. ແລະກໍ່ໃນວັນດຽວກັນ, ຝລັ່ງ ຢັ້ັ້ງຢືນວ່າ, ມີຜູ້ອົບພະຍົບ 4 ຄົນຖືກເສຍຊີວິດເມື່ອກຳລັງໄປຜ່ານຊ່ອງແຄບທະເລ Manche ດ້ວຍເຮືອຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ