ຈຳນວນເງິນກວ່າ 69ຕື້ດົ່ງໄດ້ສົ່ງເຖິງ ພາກກາງຫວຽດນາມ ເພື່ອຊ່ວຍເຫຼືອປະຊາຊົນ

ຈຳນວນເງິນກວ່າ 69ຕື້ດົ່ງໄດ້ສົ່ງເຖິງ ພາກກາງຫວຽດນາມ ເພື່ອຊ່ວຍເຫຼືອປະຊາຊົນ - ảnh 1
(ພາບ:voatiengviet.com)

        (vovworld)-ຕາມ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ແຕ່​ວັນ​ທີ 1/10/2013 ຫາ​ວັນ​ທີ 22/10/2013, ຍອດ​ຈຳ​ນວນ​ເງິນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ຫົວໜ່ວຍ, ສ່ວນ​ບຸກຄົນ ​ໄດ້​ບໍລິຈາກ​ຊ່ວຍ​​ເຫຼືອປະຊາຊົນ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ ພາຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ ​ແມ່ນ 69,5 ຕື້​ດົ່ງ. ​ໃນ​ນັ້ນ, ກວ່າ 65 ຕື້​ດົ່ງ​ໄດ້​ຈັດແບ່ງ​​ເພື່ອຊ່ວຍ​ເຫຼືອ​ໃຫ້​ປະຊາຊົນ​ບັນດາ​ທ້ອງ​ຖິ່ນ​ຕ່າງໆ. ​ທີ່​ກອງ​ປະຊຸມ​ໂດຍ​ແມ່ນ​ຄະນະ​ປະຈຳ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ ວັນ​ທີ 24/10 ຢູ່​ຮ່າ​ໂນ້ຍ. ທ່ານ Vũ Trọng Kim ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຫົວໜ້າ​ຄະນະ​ກູ້​ຊ່ວຍ​ສູນ​ກາງ, ​ໃຫ້​ຮູ້​ວ່າ :

    ພວກ​ຂ້າພະ​ເຈົ້າສະ​ເໜີບັນດາ​ກະຊວງ,ຂະ​ແໜງ​ການບໍ່​ຄວນ​ນຳ​ໃຊ້​ເງິນຊ່ວຍ​ເຫຼືອ​ເພື່ອ​ຊື້​ສິນຄ້າ ​ຫາກ​ສົ່ງ​ໃຫ້​ປະຊາຊົນ​​ໂດຍ​ກົງ ເພື່ອ​ໃຫ້​ເຂົາ​ເຈົ້າ​ຊື້​ສິນຄ້າ​ຕາມ​ຄວາມ​ຕ້ອງການ. ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ ​ແມ່ນ​ສຸມ​ໃສ່​ບັນຫາ​ສ້ອມ​ແປງ​ເຮືອນ​ຢູ່. ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເບີກ​ຈ່າຍ​ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ໄດ້​ກໍ່ສ້າງ​ເຮືອນ​ຢູ່​ຂອງ​ຕົນ​ໃຫ້​ຖາວອນ ​ແລະ ​ແທດ​ຈິງ​ກວ່າ ພ້ອມ​ກັບ​ວຽກງານ​ອານາ​ໄມ​ສິ່ງ​ແວດ​ລ້ອ​ມຫຼັງ​ນ້ຳ​ຖ້ວມ​ກໍ່​ຄື​ແກ້​​ໄຂ​ສະພາບ​ເກີດ​ໂລກລະບາດ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ