ພາບປະກອບ
(vovworld) – ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ, ແຕ່ຕົ້ນປີມາຮອດປະຈຸບັນ, ຈຳນວນແຂກສາກົນເຂົ້າມາທ່ອງທ່ຽວ ຫວຽດນາມ ລ້ວນແຕ່ເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ, ຍອດຈຳນວນແຂກສາກົນມາທ່ອງທ່ຽວຢູ່ ຫວຽດນາມ ຮອດເດືອນ 8 ນີ້ບັນລຸເກືອບ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 25,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນແຂກທ່ອງທ່ຽວສາກົນເພີ່ມຂຶ້ນລວມມີ: ຮົ່ງກົງ (ປະເທດຈີນ), ຈີນ, ຖັດມາແມ່ນ ສ. ເກົາຫຼີ, ໄທ, ອີຕາລີ, ປອກຕູຍການ, ລາວ, ນິວຢີແລນ, ລັດເຊຍ, ຊູແອດ… ສະເພາະແຂກທ່ອງທ່ຽວ ກຳປູເຈຍ ຫລຸດລົງປະມານ 12,9%. ໃນຂະນະນັ້ນ, ແຂກທ່ອງທ່ຽວພາຍໃນປະເທດແຕ່ຕົ້ນປີມາຮອດປະຈຸບັນບັນລຸກ່ວາ 43 ລ້ານເທື່ອຄົນດ້ວຍຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 265.000 ຕື້ດົ່ງ.