ຈີເລຕີລາຄາສູງບົດບາດຄູ່ຮ່ວມມື ຂອງຫວຽດນາມ

ຈີເລຕີລາຄາສູງບົດບາດຄູ່ຮ່ວມມື ຂອງຫວຽດນາມ - ảnh 1

(ພາບປະກອບ:vccinews.vn)

( vovworld ) – ວັນ​ທີ 20/8, ​ເວັບ​ໄຊ​ຂອງ​ຫໍສະໝຸດ​ສະພາ​ແຫ່ງ​ຊາດ​ຈີ​ເລ ມີ​ບົດ​ຂຽນ​ຢັ້ງຢືນ​ວ່າ: ຫວຽດນາມ ນັບ​ມື້​ນັບ​ກາຍ​ເປັນ​ຄູ່​ຮ່ວມ​ມືສຳຄັນສຳລັບຈີເລ ເວົ້າສະເພາະ ແລະ ​ແລະ ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ​ເວົ້າລວມ, ພ້ອມ​ທັງ​ຖື​ວ່າ, ສັນຍາ​ການ​ຄ້າ​ເສລີ FTA ສອງ​ຝ່າຍ​ທີ່​ຫາ​ກໍ່​ມີ​ຜົນ​ສັກສິດ​ຈະ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ທີ່​ພວມ​ເພີ່ມ​ທະວີ​ລະຫວ່າງ​ສອງ​ປະ​ເທດ. ບົດ​ຂຽນ​ໃຫ້​ຮູ້​ວ່າ: ​ໃນ​ໄຕ​ມາດຕົ້ນປີ​ນີ້, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນລະຫວ່າງ​ສອງ​ປະ​ເທດບັນລຸ​ເກືອບ 180 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 85%. ​ເວັບ​ໄຊ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານ​ນາງ Marcela Sabat ສະມາຊິກ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ກັບ​ຫວຽດນາມ ຢູ່​ສະພາ​ຕ່ຳ​ຈີ​ເລ ​ໂດຍ​ຢືນຢັນ​ວ່າ ສັນຍາ​ການ​ຄ້າ​ເສລີກັບ​ຫວຽດນາມ ຈະ​ອະນຸຍາດ​ໃຫ້​ຈີ​ເລ ມີ​ກາລະ​ໂອກາດ​ລົງທຶນ ​ແລະ ການ​ຄ້າ​ກັບ​ຕະຫຼາດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ດ້ວຍ​ຈຳນວນຜູ້​ອຸປະ​ໂພ​ກ ບໍລິ​ໂພ​ກ 90 ລ້ານ​ຄົນ.

 

ຂ່າວ/ບົດ​ອື່ນ