ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ກູ​ເວດ ເລິກ​ເຊິ່ງ​

(VOVWORLD) -ທ່ານ Mohammad Abdullateef M A Alfares ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ກູເວດ ແລະ ຫວັງວ່າ ການພົວພັນສອງປະເທດ ຈະສືບຕໍ່ພັດທະນາໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ…
ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ກູ​ເວດ ເລິກ​ເຊິ່ງ​ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ  ແລະ ທ່ານ ລັດຖະມົນຕີກະຊວງ ນ້ຳມັນບໍ່ ກູເວດ Mohammad Abdullateef M A Alfares (ພາບ: TTXVN)

ຕອນບ່າຍວັນທີ 29 ຕຸລາຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ລັດຖະມົນຕີກະຊວງ ນ້ຳມັນບໍ່ ກູເວດ Mohammad Abdullateef M A Alfares ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ເອົາໃຈໃສ່ ຕໍ່ການຊຸກຍູ້ ແລະ ເຮັດໃຫ້ການພົວພັນອັນຈົບງາມລະຫວ່າງ ສອງປະເທດ ເລິກເຊິ່ງຂຶ້ນຕື່ມ. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ນອກຈາກ ຂະແໜງນ້ຳມັນອາຍແກັດແລ້ວ, ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສອງປະເທດຈະນັບມື້ນັບພັດທະນາໃນຫຼາຍຂົງເຂດ.

ທ່ານ Mohammad Abdullateef M A Alfares ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ກູເວດ ແລະ ຫວັງວ່າ ການພົວພັນສອງປະເທດ ຈະສືບຕໍ່ພັດທະນາໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ… ແລະ ທ່ານກໍ່ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ກູເວດໄດ້ຕົກລົງໜູນຊ່ວຍວັກຊິນກັນໂຄວິດ - 19 ໃຫ້ ຫວຽດນາມ 500.000 ໂດສ; ພ້ອມກັນນັ້ນ ລັດຖະບານ ກູເວດ ກໍ່ພິຈາລະນາ ເພື່ອສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ