ຊຸກຍູ້ການຄ້າຜະລິດຕະພັນກະເສດ ຫວຽດນາມ - ຈີນ ໃນສະພາບການໂລກລະບາດໂຄວິດ-19

(VOVWORLD) -  ຕອນເຊົ້າວັນທີ 16 ເມສາ, ທີ່ຮ່າໂນ້ຍ, ທ່ານ ຫງວຽນຊວັນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ ສູ໊ງກົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ກ່ຽວກັບການຊຸກຍູ້ການຮ່ວມມືພັດທະນາກະສິກຳ ແລະ ການຄ້າຜະລິດຕະພັນກະເສດລະຫວ່າງ ຫວຽດນາມ ແລະ ຈີນ ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ-19.
ຊຸກຍູ້ການຄ້າຜະລິດຕະພັນກະເສດ ຫວຽດນາມ - ຈີນ ໃນສະພາບການໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ)

        ເປີດປະຕູຕະຫລາດບັນດາປະເພດສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳ, ພັດທະນາການຄ້າຊາຍແດນ ແມ່ນເນື້ອໃນຕົ້ນຕໍ ຈະໄດ້ນຳມາປຶກສາຫາລືທີ່ການເຮັດວຽກລະຫວ່າງ 2 ຝ່າຍ. ຕາມນັ້ນແລ້ວ, ສະເໜີໃຫ້ສ້າງບັນຊີລາຍຊື່ບັນດາວິສາຫະກິດສົ່ງອອກ ທີ່ໄດ້ຊົມໃຊ້ຂໍ້ກຳນົດບຸລິມະສິດຍົກເວັ້ນການກວດກາ ເພື່ອຫລຸດຜ່ອນເວລາເຮັດລະບຽບການຜ່ານແດນຢູ່ດ່ານຊາຍແດນລົງ; ເຫັນດີເປັນເອກະພາບຕໍ່ບາງປະເພດສິນຄ້າທີ່ໄດ້ດກຳນົດຂອງບັນດາວິສາຫະກິດ ແລະ 2 ຝ່າຍຢັ້ງຢືນໝາກຜົນການກັກກັນພະຍາດຂອງກັນ ເຊິ່ງບໍ່ຕ້ອງກັກກັນພະຍາດສຳລັບສິນຄ້າ ຫວຽດນາມ ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ