ຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ

(VOVWORLD) - ເພື່ອຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ຕ້ອງເອົາໃຈໃສ່, ຍູ້ແຮງວິວັດການນຳໃຊ້, ຂຸດຄົ້ນບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ, ເຕັກນິກ
ຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ - ảnh 1(ພາບປະກອບ: TTXVN)

        ວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະກາດໃຊ້ຄຳສັ່ງເລກທີ 30 ກ່ຽວກັບການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ.

        ຄຳສັ່ງຊີ້ແຈ້ງວ່າ, ເພື່ອຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ຕ້ອງເອົາໃຈໃສ່, ຍູ້ແຮງວິວັດການນຳໃຊ້, ຂຸດຄົ້ນບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ, ເຕັກນິກ ພ້ອມກັບທັກສະດຳເນີນທຸລະກິດ, ກຳລັງປະດິດຄິດສ້າງ, ເສີມຂະຫຍາຍແຫຼ່ງທຶນວັດທະນະທຳ ແລະ ກຳມະສິດພູມປັນຍາ ເພື່ອສ້າງເປັນຜະລິດຕະພັນ, ການບໍລິການທີ່ມີລັກສະນະຄຸນຄ່າວັດທະນະທຳ ແລະ ເສດຖະກິດ. ພ້ອມກັນນັ້ນ, ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳຕ້ອງຮັບປະກັນການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ... ຢ່າງສຸດຂີດ, ມີປະສິດທິຜົນ, ສອດຄ່ອງກັບກົດເກນຂອງເສດຖະກິດການຕະຫຼາດ, ກົດໝາຍຢູ່ພາຍໃນ ແລະ ຕ່າງປະເທດ.

        ຄຳສັ່ງໄດ້ວາງອອກບັນດາຄວາມຮຽກຮ້ອງ, ໜ້າທີ່ລະອຽດສຳລັບແຕ່ລະກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ໃຫ້ບຸລິມະສິດບັນດານະໂຍບາຍກ່ຽວກັບບຸລິມະສິດການລົງທຶນ, ຄູ່ຮ່ວມມືພາກລັດ - ເອກະຊົນ, ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຊີ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ ຕິດພັນກັບການຫັນເປັນດີຈີຕອນ…ເພື່ອເສີມຂະຫຍາຍບົດບາດ, ແຫຼ່ງກຳລັງຈາກປະຊາຄົມວິສາຫະກິດ, ບັນດານັກຊ່ຽວຊານ, ຖັນແຖວແຫຼ່ງຊັບພະຍາກອນມະນຸດທີ່ປະດິດຄິດສ້າງ. ຍູ້ແຮງການເຊື່ອມຕໍ່ເຂດ, ທ້ອງຖິ່ນໃນການຂຸດຄົ້ນ ແລະ ດຳເນີນທຸລະກິດບັນດາຜະລິດຕະພັນ, ການບໍລິການອຸດສາຫະກຳວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ