ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ

(VOVWORLD) -ວັນທີ 11 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດການພົບປະເພື່ອແຈ້ງໃຫ້ຊາບກ່ຽວກັບຜົນງານການເຄື່ອນໄຫວໃນໄລຍະຈະຜ່ານມາ, ແລກປ່ຽນກ່ຽວກັບການກຳນົດທິດ, ແຜນການເຄື່ອນໄຫວຂອງກຸ່ມໃນອະຍຸການສະພາແຫ່ງຊາດຊຸດທີ XV
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ - ảnh 1ທ່ານນາງເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio (ພາບ: TTXVN)

ທ່ານນາງເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ເຂົ້າຮ່ວມ ແລະ ເປັນປະທານການພົບປະ.

ທ່ານນາງເຈື່ອງທິມາຍປະທານກຸ່ມສະມາຊິກມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຕີລາຄາສູງການເຄື່ອນໄຫວຂອງກຸ່ມໃນໄລຍະຜ່ານມາ, ແລະ ຊີ້ແຈ້ງວ່າ ເພື່ອເພີ່ມທະວີການເຊື່ອມຕໍ່, ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຢ່າງເປັນປະຈຳ ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວ. ຜ່ານນັ້ນ, ກຸ່ມໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານການທູດຂອງສະພາແຫ່ງຊາດ, ກໍ່ຄືພັດທະນາກ່ວາອີກການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງເລິກເຊິ່ງກວ້າງແຂວງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ອາຊີລະຫວ່າງສອງປະເທດ.

ໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio. ທີ່ການຕ້ອນຮັບ, ທ່ານນາງສະແດງຄວາມປາດຖະໜາກຢາກ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຫຼາຍກ່ວາອີກ, ແມ່ນຂົວເຊື່ອມຕໍ່ສຳຄັນເພື່ອແລກປ່ຽນຂໍ້ມູນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ ແລະ ສອງປະເທດເວົ້າລວມ.

ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ໄດ້ເນັ້ນໜັ້ກວ່າ ການພົວພັນຄູ່ຮ່ວມມືຍີ່ປຸ່ນ -ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່. ການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນ ຍີ່ປຸ່ນ ແລະ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ