ຊຸກຍູ້ການພົວພັນຫວຽດນາມ-ອາເມລິກາ ບົນຈິດໃຈ “ຜົນປະໂຫຍດຢ່າງກົມກ່ຽວ, ຄວາມສ່ຽງພ້ອມກັນແບ່ງປັນ”

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງຮ້າຍແຮງທີ່ສຸດ.
ຊຸກຍູ້ການພົວພັນຫວຽດນາມ-ອາເມລິກາ ບົນຈິດໃຈ “ຜົນປະໂຫຍດຢ່າງກົມກ່ຽວ, ຄວາມສ່ຽງພ້ອມກັນແບ່ງປັນ” - ảnh 1(ກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ຄັ້ງທີ 5)

ຕອນເຊົ້າວັນທີ 08 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ຄັ້ງທີ 5 ດ້ວຍຫົວຂໍ້ “ກຳນົດທິດການພົວພັນເສດຖະກິດ 2 ຝ່າຍຄືນໃໝ່” ເຊິ່ງໄດ້ຈັດຂຶ້ນໂດຍກົງ ສົມທົບກັນທາງໄກ.

        ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຕື້ອງເຖິງ 5 ເນື້ອໃນໃຫຍ່ລວມມີ: ການພັດທະນາຂອງ ຫວຽດນາມ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະ ການກຳນົດທິດໃນອະນາຄົດ; ໝາກຜົນ ແລະ ອະນາຄົດຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ; ວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູທາງດ້ານເສດຖະກິດ, ການພັດທະນາແບບຍືນຍົງ; ການຫັນເປັນຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນເປັນດີຈີຕອນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງຮ້າຍແຮງທີ່ສຸດ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າມີວິທີສຳຜັດທົ່ວໂລກ, ໃນນັ້ນຮຽກຮ້ອງຄວາມສາມັກຄີສາກົນ ເພື່ອໃຫ້ພວກເຮົາພ້ອມກັນຕ້ານການປ່ຽນແປງຂອງດິນຟ້າອາກາດ. ພວກຂ້າພະເຈົ້າປາດຖະໜາຢາກໄດ້ຮັບການໜູນຊ່ວຍຂອງພວກເພື່ອນ, ທີ 1 ແມ່ນໜູນຊ່ວຍດ້ານລະບອບລະບຽບການ; ທີ 2 ແມ່ນໃນວິທີສຳຜັດບັນດາແຫຼ່ງການເງິນຂຽວ ເພື່ອໃຫ້ ຫວຽດນາມ ພັດທະນາ; ທີ 3 ແມ່ນສຳຜັດເຕັກໂນໂລຊີຂຽວ, ເຕັກໂນໂລຊີສະອາດ; ທີ 4 ແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນຂຽວ; ທີ 5 ແມ່ນການຄຸ້ມຄອງຂຽວ. ນີ້ແມ່ນບັນດາບັນຫາໃໝ່ອ່ຽມ ຮຽກຮ້ອງຕ້ອງມີການຮ່ວມມືສາກົນ ແລະ ການຊ່ວຍເຫຼືອຈາກພວກເພື່ອນ.”

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຊື່ອໝັ້ນວ່າ, ຫວຽດນາມ ແລະ ອາເມລິກາ ຈະບັນລຸຜົນສຳເລັດໃນການແກ້ໄຂບັນດາບັນຫາທີ່ໄດ້ວາງອອກ, ເອົາໃຈໃສ່ເຖິງຜົນປະໂຫຍດຢ່າງຊອບທຳຂອງກັນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາ ບົນຈິດໃຈ “ຜົນປະໂຫຍດຢ່າງກົມກ່ຽວ, ຄວາມສ່ຽງພ້ອມກັນແບ່ງປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ