ຊຸກຍູ້ການຮ່ວມມື ລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ

ຊຸກຍູ້ການຮ່ວມມື ລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ - ảnh 1
ທ່ານ ອາຊາ​ງ ລາວ​ລີ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີລາວ
ຕ້ອນຮັບ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ
(ພາບ: kpl.net.la)


(vovworld) - ຕອນ​ບ່າຍ​ວັນ​ທີ 10 ກັນຍາ, ຢູ່​ຫ້ອງວ່າການ​ສຳນັກງານນາຍົກລັດຖະມົນຕີລາວ, ທ່ານ ອາຊາ​ງ ລາວ​ລີ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີລາວ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ກວາງ​ທັ໋ງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ກວາງ​ທັ໋ງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ອາຊາ​ງ ລາວ​ລີ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ ​ເພື່ອ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ, ປະກອບສ່ວນ​ຊຸກຍູ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ​ຢູ່​ຮ່າ​ໂນ້ຍ, ພົນ​ຕີ ຫງວຽນ​ກ໋ວກ​ແຄ໋ງ, ຮອງ​ຫົວໜ້າ​ເສນາ​ທິຫານ​ໃຫຍ່ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພັນ​ເອກ ສິງ​ສະ​ວັດ ພົມມະ​ສັກ, ຫົວໜ້າ​ກົມ​ທະຫານຊ່າງ​ແສງ​ກອງທັບ​ປະຊາຊົນ​ລາວ, ​ເນື່ອ​ງໃນ​ໂອກາດມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ການ​ພົບ​ປະ​ແລກປ່ຽນຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ເພື່ອຮໍ່າຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​​ໂດຍສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ, ​ແກ້​ໄຂ​ຜົນ​ຮ້າຍ​​ທຳ​ມະ​ຊາດ​; ​ແລກປ່ຽນ​ບົດຮຽນ​ການບັນຊາ​, ຄຸ້ມ​ຄອງ​ທະຫານ...

ຂ່າວ/ບົດ​ອື່ນ