ຊຸກຍູ້ການຮ່ວມມືຮອບ ດ້ານລະຫວ່າງບັນດາ ທ້ອງຖິ່ນຂອງຫວຽດນາມ ແລະ ສ.ເຢັຍລະມັນ


ຊຸກຍູ້ການຮ່ວມມືຮອບ ດ້ານລະຫວ່າງບັນດາ ທ້ອງຖິ່ນຂອງຫວຽດນາມ ແລະ ສ.ເຢັຍລະມັນ - ảnh 1
(ພາບ:vietnam+)

 (vovworld)-​ ​    ວັນ​ທີ, 21/8, ຢູ່​ສູນ​ເຕັກ​ໂລ​ໂນ​ຊີ GIZEF ​ຂຶ້ນ​ກັບນະ​ຄອນ Freiberg, ເມືອງ​ເອກ​ ແຂວງ Mittelsaschen, ລັດ Sachsen ຂອງ​ສາ​ທາ​ລະ​ນະ​ລັດສະ​ຫະ​ພັນເຢັຍ​ລະ​ມັນ, ການ​ນຳ​ແຂວງ ແທງ​ຮ໋​ວາ(ຫວຽດ​ນາມ) ແລະ ເມືອງ​ເອກ​ ແຂວງ Mittelsaschen ເປີດ​ຫ້ອງ​ການ​ຕາງ​ໜ້າ ຂອງ​ແຂວງ​ແທງ​ຮ໋​ວາ ແລະ ລົງ​ມາມ​ໃນ​ເອ​ກະ​ສານ​​​ການຮ່ວມ​ມື​ໄລ​ຍະ 2014-2020 ຫຼາຍ​ສະ​ບັບ.

ກ່າວ​ຄຳ​ເຫັນ​​ທີ່​ພິ​ທີລົງ​ນາມໃນ​ເອ​ກະ​ສານ​ການຮ່ວມ​ມື 2 ຝ່າຍ, ທ່ານVolker Uhlig, ປະ​ທານ​ສະ​ພາ​ແຂວງ Mittelsaschen, ເນັ້ນ​ໜັກ​​ເຖິງ: ຄວາມ​ສາ​ມາດບົ່ມ​ຊ້ອນການ​ຮ່ວມ​ມື​ທີ່​ໃຫຍ່ຫຼວງ ລະ​ຫວ່າງ ແຂວງ​ແທງ​ຮ໋​ວາ ແລະ Mittelsaschen. ທ່ານVolker Uhlig ຊີ້​ແຈ້ງວ່າ: ເລື່ອງແຂວງ​ແທງ​ຮ໋​ວາ ເປີດ​ຫ້ອງ​ການ​ຕາງ​ໜ້າ​ຢູ່ GIZEF ກໍ່​ຄື​ 2 ຝ່າຍ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​​ການຮ່ວມ​ມືເປັນ​ຂີດ​ໝາຍ​​ແຫ່ງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ 2 ຝ່າຍ, ເປີດ​​ກາ​ລະ​ໂອ​ກາດ​ທັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມື​ ລະ​ຫວ່າງ 2 ຝ່າຍກ່​ວາ​ອີກ.

ທ່ານ​ມາຍ​ວັນ​ນີງ, ກຳມະ​ການ​ສູນ​ກາງ​ພັກ, ເລ​ຂາຄະ​ນະ​ພັກ​ແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ແທງ​ຮ໋​ວາ, ໃຫ້​ຮູ້​ວ່າ: ການ​ເປີດ​ຫ້ອງ​ການ, ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ການ​ຮ່ວມ​ມື​ຮອບ​ດ້ານ ກັບ ແຂວງ Mittelsaschen ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ ຂອງ​ແຂວງ​ແທ​ງຮ໋​ວາ ແລະ ແມ່ນ​ບາດ​ກ້າວ​ຫັນ​ການ​ຮ່ວມ​ມື 2 ຝ່າຍທີ່​ໄດ້​ຜັນ​ຂະ​ຫຍາຍ​ແຕ່​ປີ 2013 ເປັນ​ລະ​ອຽດ. ທ່ານ ມາຍ​ວັນ​ນີງ ປາດ​ຖະ​ໜາ​ວ່າ​ການ​ນຳ​ກໍ່​ຄື​ບັນ​ດາ​ນັກ​ລົງ​ທຶນ 2 ແຂວງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແຕ່​ລະ​ປີ​ດຳ​ເນີນ​ການ​ຕີ​ລາ​ຄາ ເພື່ອ​​ຖອດຖອນ​ບົດ​ຮຽນ, ເພີ່ມ​ເຕີມ​ບັນ​ດາ​ບັນ​ຫາ​ໃໝ່.

ຂ່າວ/ບົດ​ອື່ນ