ຊຸກຍູ້ພັດທະນາການ ຄ້າ-ການທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ຈີນ


ຊຸກຍູ້ພັດທະນາການ ຄ້າ-ການທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ຈີນ - ảnh 1 

(ພາບ: Kim Phương/TTXVN)

 (vovworld)- ຕອນ​ເຊົ້າວັນ​ທີ 13/12, ຄະນະ​ກຳມະການ ປຊຊ ນະຄອນ​ມອງ​ກາຍ-​ແຂວງ​ກວາງ​ນິງ ​ໄດ້ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ​ຕຸ​ງຊິງ-ແຂວງ​ກວາງ​ສີ-​ປະ​ເທດ​ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ຊຸກຍູ້​​ພັດທະນາ​ການ​ຄ້າ-ການທ່ອງທ່ຽວ​ເຂດ​ຊາຍ​ແດນມອງ​ກາຍ-​ຕຸ​ງຊິງ“. ບັນດາ​ເນື້ອ​ໃນ​ສຳຄັນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ການ​ບໍລິການ​ໜູນ​ຊ່ວຍ​ການ​ຄ້າ​ຊາຍ​ແດນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ທ່າ​ດີ​ຂອງ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຊາຍ​ແດນ, ບັນດາ​ສາຍ​ທ່ອງ​ທ່ຽວ​ຊາຍ​ແດນ. ກ່ຽວ​ກັບ​ດ້ານ​ການທ່ອງ​ທ່ຽວ, ສອງ​ຝ່າຍ​ຈະ​ພ້ອມ​ກັນ​ສ້າງ​ກົນ​ໄກ​ຮ່ວມ​ມື​ກ່ຽວ​ກັບ​ການ​ໂຄສະນາ​ທ່ອງ​ທ່ຽວ​ຂ້າມ​ຊາດ, ຊອກ​ຮູ້​ຄົ້ນຄ້ວາ​ສ້າງ​ເຂດຮ່ວມ​ມື​ທ່ອງ​ທ່ຽວ​ຜ່ານ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຈິ້ງ​ດັງ​ແທງ ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ນິງ ​ໃຫ້​ຮູ້​ວ່າ:

   “​ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການທ່ອງທ່ຽວ​ເຂດ​ຊາຍ​ແດນ. ຢາກ​ເຮັດ​​ໄດ້​ຄື​ແນວ​ນັ້ນຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ​ຂອງ​ແຂວງ​ກວາງ​ນິງ ​ແລະ ກວາງ​ສີ​ ກ່ຽວ​ກັບ​ດ້ານ​ການທ່ອງທ່ຽວ. ປະຊາ​ຄົມ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ບັນດາ​ບໍລິສັດ​ສອງ 2 ຝ່າຍ​ຕ້ອງ​ແລກປ່ຽນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໂດຍ​ລະອຽດ ​ແລະ ຕ້ອງ​ມີ​ກົນ​ໄກ​ລາຄາ​ຮັບປະກັນ​ຄຸນ​ນະພາ​ບຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ“./.

ຂ່າວ/ບົດ​ອື່ນ