ຊຸກຍູ້ພະລັງງານຜະລິດຄືນໃໝ່ ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ຫວຽດນາມ

(VOVWORLD) -ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງກອບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ
ຊຸກຍູ້ພະລັງງານຜະລິດຄືນໃໝ່ ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ຫວຽດນາມ - ảnh 1ກອງປະຊຸມສຳມະນາ
(ພາບ: baotainguyenmoitruong.vn)

ຕອນບ່າຍວັນທີ 25 ມີນາ, ຢູຮ່າໂນ້ຍ, ສູນພັດທະນາປະດິດຄິດສ້າງຂຽວ (GreenID), ອົງການສາກົນເພື່ອການອະນຸລັກທຳມະຊາດ (WWF) ປະຈຳຫວຽດນາມ ແລະ ສະພາວິສາຫະກິດເພື່ອພັດການພັດທະນາແບບຍືນຍົງຂອງຫວຽດນາມ (ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ - VCCI) ໄດ້ສົມທົບກັນຈັດກອງປະຊຸມສຳມະນາດ້ວຍຫົວເລື່ອງ “ເລີ່ມເຄື່ອນໄຫວໂຄງການຄູ່ຮ່ວມມືຫຼາຍຝ່າຍ ມຸ່ງໄປເຖິງ 100% ພະລັງງານຜະລິດຄືນໃໝ່ ເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດການປະກອບສ່ວນໂດຍປະເທດຊາດຕັດສິນດ້ວຍຕົນເອງ”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຖືວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງກອບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ພິເສດແມ່ນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວເຖິງການສຸດທິສູນ (Net zero) ຊ້າສຸດແມ່ນກ່ອນປີ 2050 ຜ່ານການປະກອບສ່ວນໂດຍປະເທດຊາດຕັດສິນດ້ວຍເອງ. ບົດລາຍງານປະກອບ ໂດຍປະເທດຊາດຕັດສິນດ້ວຍຕົນເອງຂອງຫວຽດນາມ ໄດ້ກຳນົດວ່າ ຈະຫຼຸດ 9% ເມື່ອທຽບໃສ່ແຜນການການປ່ອຍອາຍພິດທຳມະດາຮອດປີ 2030 ດ້ວຍແຫຼ່ງກຳລັງຢູ່ພາຍໃນປະເທດ ແລະ ຈະຫຼຸດລົງເຖິງ 27% ເມື່ອມີການໜູນຊ່ວຍຂອງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ