ຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຄົນພິການໄດ້ຊົມໃຊ້ບັນດາການບໍລິການກວດ, ປິ່ນປົວ, ຟຶ້ນຟູສະມັດຕະພາບ

(VOVWORLD) - ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫລຸບໂຄງການ “ຟື້ນຟູສະມັດຕະພາບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດເຄມີໂດຍອາເມລິກາ ນຳໃຊ້ໃນສົງຄາມ ຢູ່ ຫວຽດນາມ”


ໄລຍະທີ່ສອງແຕ່ປີ 2014 – 2017 ແລະ ຜັນຂະຫຍາຍແຜນການຂອງພະແນກສາທາລະນະສຸກປະຕິບັດຄຳສັ່ງຂອງຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີໂດຍອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ ໄລຍະ  2017 – 2020. ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງ ສາທາລະນະສຸກ ຫງວຽນວຽດຕ໋ຽນ ຢືນຢັນວ່າ: ຕ້ອງຮັກສາ ແລະ ທະວີຄຸນຮູບແບບການກວດພົບໄວ, ຫາວິທີແກ້ໄຂໄວໃນກໍລະນີພິການສຳລັບເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 6 ປີ, ຈັດຕັ້ງ ແລະ ຜັນຂະຫຍາຍໂຄງການຟື້ນຟູສະມັດຕະພາບໂດຍອີງໃສ່ຊຸມຊົນເປັນຢ່າງດີ. ທ່ານຮອງລັດຖະມົນຕີ ຫງວຽນວຽດຕ໋ຽນ ສະເໜີວ່າ: ຂະແໜງສາທາລະນະສຸກ ແລະ ບັນດາຫົວໜ່ວຍກ່ຽວຂ້ອງເພີ່ມທະວີການໜູນຊ່ວຍຜູ້ປະສົບເຄາະຮ້າຍ ແລະ ຄົນພິການໄດ້ຊົມໃຊ້ກັບບັນດາການບໍລິການກວດ, ປິ່ນປົວ ແລະ ຟື້ນຟູສະມັດຕະພາບຢູ່ບັນດາຮາກຖານການແພດ. ຄຽງຄູ່ກັນນັ້ນ, ຕ້ອງຈັດຕັ້ງການຄຸ້ມຄອງສຸຂະພາບ ແລະ ການຊົມໃຊ້ການບໍລິການສາທາລະນະສຸກ, ປະກັນສຸຂະພາບ, ປ້ອງກັນພະຍາດໃຫ້ປະຊາຊົນຢູ່ບັນດາຈຸດທີ່ອັນຕະລາຍກ່ຽວກັບການຕິດເຊື້ອຈາກທາດພິດເຄມີ…

ຕອບກັບ

ຂ່າວ/ບົດ​ອື່ນ