ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕັດສິນໃຈປົກປັກຮັກສາ ອະທິປະໄຕທີ່ສັກກະລາບູຊາຂອງປະເທດຊາດ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕັດສິນໃຈປົກປັກຮັກສາ ອະທິປະໄຕທີ່ສັກກະລາບູຊາຂອງປະເທດຊາດ - ảnh 1
ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສຢູ່​ອີ​ຢີບຄັດ​ຄ້ານ​ການ​ກະທຳ​ຂອງ​ຈີນ
ທີ່​ລະ​ເມີດອະທິ​ປະ​ໄຕ​ຂອງ​ຫວຽດນາມ​
(ພາບ: vietnamplus.vn)


(vovworld) –  ວັນ​ທີ 24/05, ສະຖານທູດ, ບັນດາ​ອົງການ​ຕາງ​ໜ້າ​ຂອງ​ຫວຽດນາມ ປະຈຳ ອີ​ຢີບ, ປະຊາ​ຄົມ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ອີ​ຢີບ ​ໄດ້​ຈັດ​ງານ​ໂຮມ​ຊຸມ​ນູນ ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ​ໃນ​ການຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລາ​ບູຊາ​ຂອງ​ປະ​ເທດ​ຊາດ, ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່ງານໂຮມ​ຊຸມ​ນູນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມ ປະຈຳ​ ອີ​ຢີບ ດ່າວ​ແທ່ງ​ຈູງ ຢືນ​ຢັນ​ວ່າ ອະທິປະ​ໄຕ​ຂອງ​ຫວຽດນາມ ​ແມ່ນສັກກະ​ລາ​ບູຊາ​ ​ແລະ ບໍ່​ອາດ​ລ່ວງ​ລ້ຳ​ໄດ້. ຫວຽດນາມ ຄັດ​ຄ້ານ​​ການ​ກະທຳ​ຂອງ​ຈີນ ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ເຂົ້າ​ເລິກ​ໃນ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ແຮງ. ດ້ວຍ​ເຈດ​ຕະນາ​ດີ​ຂອງ​ຕົນ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ຕິດ​ຕໍ່ ​ແລະ ພົບ​ປະ​ກັບ​ຝ່າຍ​ຈີນ ​ເປັນ​ຫຼາຍ​ຄັ້ງ, ຮຽກຮ້ອງ​ໃຫ້​ປະ​ເທດ​ນີ້ ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນສຳລັບ​ອະທິ​ປະ​ໄຕ​ຜືນ​ແຜ່ນດິນຂອງ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ດ່າວ​ແທ່ງ​ຈູງ ​ເນັ້ນ​ໜັກ​ວ່າ.

        “ການ​ກະທຳ​ຂອງ​ຈີນ ​ໄດ້​ເຮັດ​​ໃຫ້​ສະພາບ​ສັນຕິພາບ, ຄວາມ​ປອດ​ໄພ, ສະຖຽນ​ລະ​ພາບ ​ແລະ ​ຄວາມເສລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຖືກ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຊີ້​​ແຈ້ງ​ທັດສະນະ​ຂອງ​ຫວຽ​ດນາມ, ຢືນຢັນ​ເລື່ອງ​ພວກ​ເຮົາ​ຈະ​ນຳ​ໃຊ້​ທຸກ​ວິທີ​ເພື່ອ​ແກ​້​ໄຂ​ບັນຫາ​ໃຫ້​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ເໝາະ​ສົມ​ກັບ​ສົນທິສັນຍາກ່ຽວ​ກັບ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ເໝາະ​ສົມ​ກັບບັນດາ​ຫຼັກການ, ຂໍ້​ຕົກລົງ​ລວມລະຫວ່າງ​ອາ​ຊຽນ ​ແລະ ຈີນ. ອະທິປະ​ໄຕມີ​ຄວາມສັກກະ​ລາ​ບູຊາ​ ​ແລະ ພວກ​ເຮົາ ບໍ່​ອາດ​ນຳອະທິປະ​ໄຕ​ສັກກະ​ລະ​ບູຊາ​ນັ້ນ ​ເພື່ອ​ແລກ​ເອົາ​ມິດຕະພາບ​ແບບ​ລະ​ເມີ​ເຟີ​ຝັນ ​ແລະ ຂຶ້ນ​ກັບ​ມັນ”.

    ຜູ້​ຕ່າງ​ໜ້າ​ບັນດາ​ນັກ​ສຶກສາ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີ​ຢີບ ກໍ່​ຮຽກຮ້ອງ​ຈີນ​ຖອນ​ຮ້ານ​ເຈາະ​ນ້ຳມັນທີ່ຜິດ​ກົດໝາຍ​ໄຮ​ຢາງ 981 ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ມີ​ນັກ​ຮຽນ, ນັກ​ສຶກສາ, ພໍ່​ແມ່​ປະ​ຊາ​ຊົນ ​ແລະ ຊາວ​ສະ​ວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ເດີນ​ຂະ​ບວນຕາມ​ຖະໜົມ​ສາຍ​ຕົ້ນ​ຕໍ່​ຢູ່​ນະຄອນ Zurich ​ແລະ ​ໄດ້​ເຕົ້າ​ໂຮມ​ກັນຢູ່​ຕໍ່ໜ້າ​ສະຖານກົງ​ສູນ​ຈີນ ປະຈຳ​ສະ​ວິດ ​ເພື່ອ​ຄັດຄ້ານ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢູ່​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຜິດ​ກົດໝາຍ. ບັນດາ​ຜູ້​ເດີນ​ຂະ​ບວນ​ໄດ້​ຍົກ​ປ້າຍ​ຄຳ​ຂວັນ​ຮຽກຮ້ອງ​ຈີນ ປະຕິບັດ​ຕາມ​ກົດໝາຍ​ສາກົນ, ກ່າວ​ປະນາມເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຂອງ​ຈີນ ​​ແມ່ນໄດ້​ລະ​ເມີດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 1982 ກັບ 155 ປະ​ເທດ, ​ໃນ​ນັ້ນ​ມີ​ຈີນ ຢ່າງ​ແຮງ​​.

ຂ່າວ/ບົດ​ອື່ນ