ຊາວຫວຽດນາມ ອາໄສຢູ່ລາວ ບູລະນະການຈັດຕັ້ງ, ພັດທະນາຂະບວນການ

ຊາວຫວຽດນາມ ອາໄສຢູ່ລາວ ບູລະນະການຈັດຕັ້ງ, ພັດທະນາຂະບວນການ - ảnh 1
ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ບູລະນະ​ການຈັດ​ຕັ້ງ, ພັດທະນາ​ຂະ​ບວນການ
(ພາບ: Vietnam+)


(vovworld) - ວັນ​ທີ 04/03, ຢູ່​ນະຄອນຫຼວງວຽງ​ຈັນ, ສະຖານທູ​ດຫວຽດນາມ  ປະຈຳ​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ກັບ​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ແລະ ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ເພື່ອ​ແນ​ໃສ່ບູລະນະ​ການຈັດ​ຕັ້ງ, ສ້າງ​ຂະ​ບວນການ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ສະ​ເໜີ​ໃຫ້​ສະມາຄົມ​​ບູລະນະ​ການຈັດ​ຕັ້ງໂດຍ​ໄວ; ບັນດາ​ການ​ເຄື່ອນ​ໄຫວ​ຕ້ອງ​ປະຕິບັດ​ຕາມ​ກົດ​ລະບຽບ, ​ເປີດ​ເຜີຍ, ກະຈ່າງ​ແຈ້ງ ​ແລະ ​ໃຫ້​ພໍ່​​ແມ່​ປະຊາຊົນ​ຮູ້; ສະ​ເໜີ​ໃຫ້ສະມາຄົມ​ໃຫຍ່​ ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 2 ​ເປັນ​ຢ່າງ​ດີ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ ຈະ​​ເລືອກ​ເອົາ​ 27 ຄາດໝາຍ​ບຳລຸງ​ສ້າງຢູ່​ຫວຽດນາມ ​ໃຫ້​ແກ່​ລູກ​ຫຼານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ; ກໍ່ສ້າງ​ໂຮງຮຽນ​ສາມັນ ຫງວຽນ​ຢູ ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເປັນ​ໂຮງຮຽນ 2 ພາສາ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ