ຊາວຫວຽດນາມອາໃສຢູ່ ຕ່າງປະເທດປະກອບ ຄຳເຫັນໃສ່ຮ່າງລັດຖະ ທຳມະນູນປີ 1992 ສະບັບປັບປຸງ

ຊາວຫວຽດນາມອາໃສຢູ່ ຕ່າງປະເທດປະກອບ ຄຳເຫັນໃສ່ຮ່າງລັດຖະ ທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບ:baomoi.com)

(vovworld): ​ຕອນ​ບາຍວັນ​ທີ 17/1, ຢູ່​ຮ່າ​ໂນ້ຍ, ທ່ານ​ຮິງ​ດາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເປັນ​ປະທານ​ຮັບ​ເອົາ​ຄຳ​ເຫັນ​​ປະກອບຂອງ​ຜູ້ຕາງໜ້າຊາວ​ຫວຽດນາມ ​ອາ​ໃສ​ຢູ່​ຕ່າງປະ​ເທດທີ່​ປະກອບ​ໃສ່​ຮ່າງ​​ລັດຖະທຳ​ມະນູນ​ປີ 1992 ສະບັບປັບປຸງ. ບັນດາ​ຄຳເຫັນທີ່​ກອງ​ປະຊຸມ​ປາດ​ຖະໜາ​ວ່າ, ​ລັດຖະທຳ​ມະນູນຄັ້ງນີ້ຈະ​ກຳນົດ​ຢ່າງ​ຈະ​ແຈ້ງ​ບົດບາດ, ທີ່​ຕັ້ງ, ຜົນ​ປະ​ໂຫຍ​ດ ​ແລະ ພັນທະຂອງຊາວ​ຫວຽດນາມ ​ອາ​ໃສ​ຢູ່​ຕ່າງປະ​ເທດ, ການ​ປົກ​ປ້ອງ​ຂອງ​ລັດ​ເມື່ອເຂົາ​ເຈົ້າກັບ​ເມືອລົງທຶນພາຍ​ໃນ​ປະ​ເທດ​. ທ່ານ​ຫງວຽນ​ຕາຍ​ເຟືອງ, ສະມາຄົມຊາວ​ຫວຽດນາມ ​ອາ​ໃສ​ຢູ່​ອາ​ເມ​ລິ​ກາ ສະ​ເໜີ​ໃຫ້​ລັດ​ ຕ້ອງ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດທີ່​ຊອບ​ທຳ​ໃຫ້​ແກ່​ຊາວ​ຫວຽດນາມ ​ເມື່ອ​ເຂົາ​ເຈົ້າກັບ​ເມືອ​ລົງທຶນພາຍ​ໃນປະ​ເທດ​:

  “ຂ້າພະ​ເຈົ້າສະ​ເໜີ​ວ່າ, ລັດ​ຕ້ອງ​ປົກ​ປ້ອງຊາວ​ຫວຽດນາມ ​ອາ​ໃສ​ຢູ່​ຕ່າງປະ​ເທດ​ທີ່ເຂົ້າຮ່ວມ​ການຄົ້ນຄ້ວາ, ພັດ​ທະ​ນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ລົງທຶນ ​ແລະ ສ້າງສາ ​ແລະ ພັດທະນາ​​ປະ​ເທດ​ຊາດ. ສິ່ງ​ດັ່ງກ່າວ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດ​ໃນ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງບັນດາ​ຜູ້​ທີ່​ມີ​ການ​ປະກອບສ່ວນ​ຕໍ່​ປະ​ເທດ​ຊາດ“

 

ຂ່າວ/ບົດ​ອື່ນ