ຊາ​ວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ ແຜ່ບໍ​ລິ​ຈາກເງິນ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ເໜືອ​ຫວຽດ​ນາມ ແລະ ລາວທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ

(VOVWORLD) - ພ້ອມກັບປະຊາຊົນໃນທົ່ວປະເທດ, ວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ສະຖານທູດ ຫວຽດນາມ ປະຈຳ ລາວໄດ້ຈັດພິທີປຸກລະດົມການແຜ່ບໍລິຈາກເງິນ ຜູ້ປະສົບເຄາະຮ້າຍຈາກພາຍຸ Yagi (ພາຍຸເລກທີ 3).
ຊາ​ວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ ແຜ່ບໍ​ລິ​ຈາກເງິນ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ເໜືອ​ຫວຽດ​ນາມ ແລະ ລາວທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ - ảnh 1ສະຖານທູດ ຫວຽດນາມ ຢູ່ລາວ ຈັດຕັ້ງການແຜ່ບໍລິຈາກເພື່ອຊ່ວຍເຫຼືອປະຊາຊົນສອງປະເທດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມ (ພາບ:VOV)

ທີ່ພິທີ, ທ່ານ ຟານມິງຈຽນ ອຸປະທູດຊົ່ວຄາວສະຖານທູດ ຫວຽດນາມ ປະຈຳລາວ ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນໂດຍພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງເຂດພາກເໜືອຫວຽດນາມ ແລະ ພາກເໜືອລາວ, ທ່ານໃຫ້ຮູ້ວ່າ: ໃນຊຸມວັນຜ່ານມາ, ປະຊາຄົມຊາວຫວຽດນາມຢູ່ລາວ ໄດ້ເປັນເຈົ້າການຈັດຕັ້ງການແຜ່ບໍລິຈາກເງິນໂດຍກົງໃຫ້ແກ່ບັນດາອົງການຈັດຕັ້ງ, ອົງການທີ່ມີໜ້າທີ່ຮັບຜິດຊອບທັງຢູ່ພາຍໃນປະເທດ ແລະ ອົງການທີ່ມີໜ້າທີ່ຮັບຜິດຊອບຂອງລາວ ເພື່ອປະກອບສ່ວນຊ່ວຍເຫຼືອປະຊາຊົນສອງປະເທດແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.

ສິ້ນສຸດການແຜ່ບໍລິຈາກ, ບັນດາໝູ່ຄະນະ, ສ່ວນບຸກຄົນ, ອົງການຕາງໜ້າ ຫວຽດນາມ ຢູ່ລາວ ແລະ ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ລາວໄດ້ແຜ່ບໍລິຈາກເງິນປະມານ 1,4 ຕື້ ດົ່ງ (ປະມານ 57.000USD).

ສະຖານທູດຫວຽດນາມປະຈຳລາວ ໄດ້ຫັກສ່ວນໜຶ່ງຈາກເງິນແຜ່ບໍລິຈາກເພື່ອມອບໃຫ້ກະຊວງແຮງງານສະຫວັດດີການ ແລະ ສັງຄົມລາວ. ສ່ວນຍັງເຫຼືອຈະສົ່ງໄປຍັງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອປະກອບສ່ວນຊ່ວຍປະຊາຊົນເຂດປະສົບກັບໄພທຳມະຊາດຂອງສອງປະເທດ ນຳຊີວິດຂອງປະຊາຊົນ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ