ຊາວອົບພະຍົບກວ່າ 700 ຄົນໄດ້ສົ່ງເຖິງລັດ Rakhine

ຊາວອົບພະຍົບກວ່າ 700 ຄົນໄດ້ສົ່ງເຖິງລັດ Rakhine  - ảnh 1
(ພາບປະກອບ: AFP/TTXVN)

​(vovworld) - ວັນ​ທີ 03/06, ​ຊາວ​ອົບພະຍົບ​​ກວ່າ 700 ​​ຄົນໄດ້​ພົບ​​ເຫັນຢູ່​​ເຂດທະ​ເລຂອງ​ມຽນມາ ກ່ອນ​ນີ້ 6 ວັນ, ​ໄດ້​ເຂົ້າທ່ຽບທ່າ​​ຢູ່ເຂດລັດ Rakhine, ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້. ​ເຂົ້າ​ໜ້າ​ທີ່​ທ້ອງຖີ່​ນທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ, ຈຳນວນຄົນ​ດັ່ງ​ກ່າວ​ໄດ້​ເຂົ້າ​​​ເຂດ​ດິນ​ຕໍ່​ແຜນໃນ​ເວລາ​ 9 ​ໂມງ 30 ນາທີ (ຕາມ​ເວລາ​ທ້ອງ​ຖີ່​ນ) ຢູ່​ເມືອງ Maungdaw. ກ່ອນ​ທີ່​​ກອງທັບ​ເຮືອ​ມຽນມາ ​ພົບ​ເຫັນ​ໃນ​ວັນ​ທີ 29/05, 727 ຄົນ​ພວມ​​ເດີນ​ທະ​ເລໄປ​ທາງ​ທິດ​ໃຕ້​​ມາ​ເລ​ເຊຍ. ຊາວ​ອົບ​ພະຍົບສ່ວນ​ຫຼາ​ຍ​ໄດ້​ຮັບຖືວ່າ​ແມ່ນ​ຊາວ​ມຸດ​ສະ​ລິ​ມ ສ່ວນ​ໜ້ອຍ Rohingya ຢູ່​ມຽນມາ ​ແລະ ​ຊາວ ບັງ​ກລາ​ເທດ ທີ່ພວມຊອກ​ຫາວິທີ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ອຶດຫິວ.

ຂ່າວ/ບົດ​ອື່ນ