ຊາວເຄິດ ຢູ່ອີຣັກ ເຂົ້າຮ່ວມ ການຕໍ່ສູ້ຕ້ານ IS ຢູ່ຊີຣີ

ຊາວເຄິດ ຢູ່ອີຣັກ ເຂົ້າຮ່ວມ ການຕໍ່ສູ້ຕ້ານ IS ຢູ່ຊີຣີ - ảnh 1
ຊາວ​ເຄີດ ຢູ່​ອີຣັກ ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຕ້ານ IS ຢູ່​ຊີຣີ
(ພາບ: AFP)


(vovworld) – ສຳນັກ​ຂ່າວສານ​ແຫ່ງ​ລັດ Anatolia ຂອງຕວກກີ ​ໄດ້​ໃຫ້​ຂ່າວ​​ໃນ​ວັນ​ທີ 29/10 ວ່າ, ມີ​ກຸ່ມ​ຊາວ​ເຄີດ ຢູ່​ອີ​ຮັກ ​ໄດ້​ໄປ​ເຖິງທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຕວກກີ ​ເພື່ອ​ແນ​ໃສ່​ຕໍ່ສູ້​ຕ້ານ​ກຸ່ມລັດອິດສະລາມ IS ຢູ່​ຊີຣີ. ຕາມ​ແຫຼ​່ງຂ່າວ​ດັ່ງກ່າວ, ມີ​ເຮືອບິນ​ສ່ວນ​ຕົວ​ໄດ້​ພາ​ທີ່​ຂົນ​ສົ່ງບັນດາ​ນັກຮົບ​ຊາວ​ເຄີດຢູ່​ອີຣັກ, ບິນ​ຈາກ Erbil, ​ເມືອງ​ເອກ​ຂອງ​ຊາວ​ເກີດ ຢູ່​ອີຣັກ, ​​ລົງ​ຈອດ​​ສະໜາມ​ບິນ​ຢູ່​ແຂວງ Sanliurfa ຂອງ​ຕວກກີ. ໜ້າ​ທີ່​ຂອງ​ບັນດາ​ນັກຮົບ​ດັ່ງກ່າວ​ແມ່ນ​ໄປ​ເຖິງ​ເຂດ​ດິນ​ແດນ​ຊີຣີ ​ເພື່ອ​ຊ່ວຍ​ກຳ​ລັງ​ຊາວເຄີດຢູ່​ຊີຣີ ຮັບ​ມືກັບ​ບັນດາ​ພາກສ່ວນ​ອິດສະ​ລາມ​ຫົວ​ຮຸນ​ແຮງ IS ຢູ່​ເທດສະບານ​ຊາຍ​ແດນ Kabane. ທ່ານ​ປະທານ​ຮ່ວມ​ພັກ​ສຳພັນ​ທະ​ມິດປະຊາທິປະ​ໄຕ​ຊາວ​ເກີດ ຂອງ​ຊີຣີ Saleh Moslem ​ໃຫ້ຮູ້​ວ່າ, ບັນດາ​ນັກຮົບ​ຊາວ​ເຄີດຢູ່​ອີ​ຮັກ ອາດ​ຈະ​ນຳ​ບັນດາອາວຸດ​ຕ້ານ​ລົດ​ຖັງ ​ແລະ ​ລົດຫຸ້ມ​ເກາະ​​ໄປ​ພ້ອມເມື່ອ​ປຸກ​ເຂົ້າ​ເທດສະບານ​ຊາຍ​ແດນ Kobane ​ເພື່ອ​ໜູນ​ຊ່ວຍ​ຊາວ​ເຄີດຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ