ຊຽງ​ໄຮ້ (ຈີນ) ຖືກ​ຜົນ​ກະ​ທົບ​ຈາກ​ພາ​ຍຸ​ໃຫຍ່​ສຸດ​ໃນ​ຮອບ​ເວ​ລາ 75 ປີ

(VOVWORLD) -  Bebinca ແມ່ນພາຍຸເຂດຮ້ອນທີ່ມີລະດັບແຮງທີ່ສຸດ ທີ່ໄດ້ພັດຖະຫຼົ່ມຜ່ານສູນການເງິນ ຊຽງໄຮ້ ນັບແຕ່ປີ 1949 ເປັນຕົ້ນມາ.
ຊຽງ​ໄຮ້ (ຈີນ) ຖືກ​ຜົນ​ກະ​ທົບ​ຈາກ​ພາ​ຍຸ​ໃຫຍ່​ສຸດ​ໃນ​ຮອບ​ເວ​ລາ 75 ປີ - ảnh 1ກະກຽມຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ (ພາບ: ສຳນັກຂ່າວສານຊິນຮວາ)

  ຕອນເຊົ້າວັນທີ 16 ກັນຍາ, ພາຍຸໄດ້ພັດຖະຫຼົ່ມ ຊຽງໄຮ້, ທາງທິດຕາເວັນອອກຂອງ ຈີນ. ອົງການອຸຕິນິຍົມແຫ່ງຊາດ ຈີນ ໄດ້ຍົກອອກຄຳເຕືອນໄພແດງ, ເຊິ່ງເປັນລະດັບສູງສຸດກ່ຽວກັບໄພພິບັດທຳມະຊາດ ນັບແຕ່ຕອນບ່າຍວັນທີ 15 ກັນຍາ. Bebinca ແມ່ນພາຍຸເຂດຮ້ອນທີ່ມີລະດັບແຮງທີ່ສຸດ ທີ່ໄດ້ພັດຖະຫຼົ່ມຜ່ານສູນການເງິນ ຊຽງໄຮ້ ນັບແຕ່ປີ 1949 ເປັນຕົ້ນມາ.

        ໃນເວລາ 7 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 16 ກັນຍາ, ຕາມເວລາທ້ອງຖິ່ນ, ພາຍຸ Bebinca, ພາຍຸລູກທີ 13 ຂອງ ຈີນ ໃນປີ 2024 ນີ້ ໄດ້ພັດຖະຫຼົ່ມຖະໜົນ ຜູ່ຕົງ, ຊຽງໄຮ້ ດ້ວຍແຮງລົມລະດັບ 14 (ເຄື່ອນຕົວດ້ວຍຄວາມໄວ ກວ່າ 150 ກິໂລແມັດ ຕໍ່ຊົ່ວໂມງ.)

        ໄລ່ຮອດເວລາ 00 ໂມງຂອງວັນທີ 16 ກັນຍາ, ຕາມເວລາທ້ອງຖິ່ນ, ທົ່ວນະຄອນ ຊຽງໄຮ້ ຕ້ອງຍົກຍ້າຍປະຊາຊົນກວ່າ 414.000 ຄົນ ແລະ ເຮືອຈຳນວນ 811 ລຳໄປຍັງບ່ອນປອດໄພ.

ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ