ຍົກຂອບເຂດການພົວພັນ ຫວຽດນາມ - ຮູງກາຣີ ຂຶ້ນສູ່ລະດັບ “ຄູ່ຮ່ວມມືຮອບດ້ານ”

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຮູງກາຣີ ເນັ້ນໜັກວ່າ, ຮູງກາຣີ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ ໃນທຸກໆຂົງເຂດ
ຍົກຂອບເຂດການພົວພັນ ຫວຽດນາມ - ຮູງກາຣີ ຂຶ້ນສູ່ລະດັບ “ຄູ່ຮ່ວມມືຮອບດ້ານ” - ảnh 1ການນຳ 2 ທ່ານໃນການປະຊຸມຂ່າວຮ່ວມ

ໃນຂອບເຂດການຢ້ຽມຢາມຮູງກາຣີ ຢ່າງເປັນທາງການ, ໃນວັນທີ 10 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Orban Viktor ໄດ້ດຳເນີນການເຈລະຈາ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຮູງກາຣີ ເນັ້ນໜັກວ່າ, ຮູງກາຣີ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ ໃນທຸກໆຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກນິກ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ສອງຝ່າຍຕີລາຄາສະພາບຕົວຈິງໃນການພົວພັນສອງຝ່າຍ ແລະ ກຳນົດບັນດາທິດທາງໃຫຍ່ເພື່ອແນໃສ່ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຮູງກາຣີ. ທ່ານກ່າວວ່າ:

        “ເພື່ອເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ, ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ ຮູງກາຣີ ໄດ້ເຫັນດີຍົກການພົວພັນ ຫວຽດນາມ - ຮູງກາຣີ ຂຶ້ນສູ່ລະດັບ “ຄູ່ຮ່ວມມືຮອບດ້ານ”. ກ່ຽວກັບດ້ານເສດຖະກິດ, ເພື່ອຍົກສູງວົງເງິນການຄ້າ 2 ສົ້ນໃນໄລຍະຈະມາເຖິງ,2 ຝ່າຍຄວນປັບປຸງນະໂຍບາຍ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມວິສາຫະກິດ 2 ປະເທດມີໂອກາດພົບປະແລກປ່ຽນ, ຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ. ກ່ຽວກັບການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ພວກຂ້າພະເຈົ້າເຫັນດີຖືວ່າ ທຸກໆບັນຫາສາກົນລ້ວນແຕ່ສາມາດແກ້ໄຂໄດ້ ແລະ ຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາ ແລະ ໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ສິດຕັດສິນດ້ວຍຕົນເອງຂອງບັນດາປະເທດຊາດ, ເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ.”

ຍົກຂອບເຂດການພົວພັນ ຫວຽດນາມ - ຮູງກາຣີ ຂຶ້ນສູ່ລະດັບ “ຄູ່ຮ່ວມມືຮອບດ້ານ” - ảnh 2ການນຳ 2 ທ່ານໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານ 7 ສະບັບ

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Orban Viktor ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມເອກະສານສຳຄັນລະຫວ່າງ ຫວຽດນາມ - ຮູງກາຣີ  7 ສະບັບ.

        ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ໄດ້ອອກຖະແຫຼງການຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ