ຍົກລະດັບເຮືອນອະນຸ ສອນສະຖານນັກຮົບ ວິລະຊົນຫງວຽນວັນໂຈ້ຍ

ຍົກລະດັບເຮືອນອະນຸ ສອນສະຖານນັກຮົບ ວິລະຊົນຫງວຽນວັນໂຈ້ຍ - ảnh 1

ເຮືອນອະນຸສອນ​ສະຖານ​ນັກຮົບ​ວິລະ​ຊົນ​ຫງວຽນ​ວັນ​ໂຈ້ຍ

(ພາບ: xalo.vn)

(vovworld)-  ຕອນ​ບ່າຍ​ວັນ​ທີ 29/7, ທ່ານ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ແລະ ຄະນະ​ຜູ້​ແທນ​ອົງຄະ​ນະ​ພັກ, ສະພາ ປຊຊ, ຄະນະ​ກຳມະການ ປຊຊ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ອະນຸສອນ​ສະຖານ​ປະທານ​ສະພາ​ແຫ່ງ​ລັດ ຫວໍ້​ຈິ​ກົງ ຢູ່​ເມືອງ​ນູຍ​ແທງ ​ແຂວງ​ກວາງ​ນາມ. ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ແທງ​ຫາຍ ​ແລະ ຄະນະ​ໄດ້​ໄປຖະຫວາຍ​ທູບ​ທຽນ​ຢູ່​​ເຮືອນ​ອະນຸສອນ​ສະຖານນັກ​ຮົບວິລະ​ຊົນ ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫງວຽນ​ວັນ​ໂຈ້​ຍ ຢູ່​ເມືອງ​ດ້ຽນບ່ານ ​ແຂວງ​ກວາງ​ນາມ, ມອບ​​ເງິນ​ຈຳນວນ 1 ຕື້​ດົ່ງ ຊື່​ງ​ແມ່ນ​ຂອງຂວັນ​ຂອງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປຊຊ ນະຄອນ​ໂຮ່ຈິ​ມິນ ​ເພື່ອ​ບູລະນະ, ຍົກ​ລະດັບ​ເຂດອະນຸສອນ​ສະຖານນັກ​ຮົບວິລະ​ຊົນ, ສະຫຼະ​ຊີວິດ​ເພື່ອ​ຊາດ​ຫງວຽນ​ວັນ​ໂຈ້​ຍ ​ໃຫ້ກາຍ​ເປັນ​ບ່ອນ​ສຶກສາ​ອົບຮົມ​ມູນ​ເຊື້ອ​ການ​ປະຕິວັດ​ໃຫ້​ແກ່​ລຸ່ນໜຸ່ມ.

 

 

 

ຂ່າວ/ບົດ​ອື່ນ