ຍົກສູງຄຸນນະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

(VOVWORLD) -ຍົກສູງຄຸນນະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ
ຍົກສູງຄຸນນະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ - ảnh 1 (ພາບປະກອບ: congthuong.vn)

  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວ້, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະຕິບັດໜ້າທີ່ຈຸດສຸມຈຳນວນໜຶ່ງເພື່ອໃຫ້ວຽກງານການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງ ຫວຽດນາມ ໃນປີ 2019 ແມ່ນໄດ້ຮັບການຍູ້ແຮງດ້ວຍ  ຈິດໃຈຍົກສູງຄຸນນະພາບການເຊື່ອມໂຍງ, ຍົກລະດັບຢ່າງຮອບດ້ານ, ເລິກເຊິ່ງກ້ວາງຂວາງ, ມີການປ່ຽນແປງໃໝ່, ປະດິດຄິດສ້າງ ແລະມີປະສິດທິຜົນ.

        ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສືບຕໍ່ເພີ່ມທະວີວຽກງານການຄົ້ນຄ້ວາ, ຕີລາຄາ, ຄາດຄະເນ ກ່ຽວກັບບັນດາບັນຫາໃໝ່ຂອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ໂດຍສະເພາະແມ່ນທາງດ້ານທ່າອ່ຽງການປ່ຽນແປງໂຄງປະກອບຂອງກະແສການຄ້າ, ການລົງທຶນເພື່ອຍາດແຍ່ງເອົາກາລະໂອກາດ. ພ້ອມດຽວກັນນັ້ນ, ກໍ່ສືບຕໍ່ສ້າງປຶ້ມຄູ່ມືທີ່ແນະນໍາບັນດາ FTA ຕາມສາຍຕັ້ງກ່ຽວກັບແຕ່ລະຂະແໜງການ, ຂົງເຂດສະເພາະ ສ້າງລະບົບພື້ນຖານຂໍ້ມູນຂອງແຕ່ລະຂະແໜງການ ແລະ ແຕ່ລະຂົງເຂດກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ໃຫ້ສົມບູນແບບ ແລະ ຄົ້ນຄ້ວາການສ້າງຊອບແວລະບົບຂໍ້ມູນຂ່າວສານອອນລາຍ ເຜີຍແຜ່ຄຳໝັ້ນສັນຍາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃຫ້ແກ່ບັນດາວິສະຫະກິດ, ທ້ອງຖິ່ນແລະສະມາຄົມຕ່າງໆ…..

ຕອບກັບ

ຂ່າວ/ບົດ​ອື່ນ