(vovworld) - ວັນທີ 9/8, ຢູ່ນະຄອນຮ້າລອງ (ກວາງນິງ), ສະຖາບັນຄົ້ນຄວ້ານິຕິບັນຍັດຂອງກຳມະການປະຈຳສະພາແຫ່ງຊາດ ໄດ້ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຈັດກອງປະຊຸມສຳມະນາທີ່ມີຫົວຂໍວ່າ “ບົດບາດຂອງສະພາແຫ່ງຊາດໃນວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ”. ນີ້ແມ່ນການເຄື່ອນໄຫວເຊິ່ງນອນໃນໂຄງການ “ເພີ່ມທະວີການຄົ້ນຄວ້ານິຕິບັນຍັດ ແລະ ກຳລັງຄວາມສາມາດດ້ານເຕັກໂນໂລຊີໂທລະຄົມໃຫ້ສະຖາບັນຄົ້ນຄວ້ານິຕິບັນຍັດ” ໂດຍ UNDP ໜູນຊ່ວຍ. ທີ່ກອງປະຊຸມສຳມະນາ, ບົດປະກອບຄວາມເຫັນຂອງບັນດາຜູ້ແທນໄດ້ສຸມໃສ່ເຂົ້າໃນບັນດາເນື້ອໃນຄື: ບັນຫາທິດສະດີ ແລະ ສະພາບຕົວຈິ່ງໃນວຽກງານປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງຢູ່ຫວຽດນາມ; ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການຕ້ານສໍ້ລາດບັງຫຼວງ; ບົດຮຽນສາກົນກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ຄຳກ່າວເຕື່ອນສຳລັບຫວຽດນາມ; ເລື່ອງປະຕິບັດບັນດາບົດບາດໜ້າທີ່ຂອງສະພາແຫ່ງຊາດໃນວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ; ໜູນຊ່ວຍສະພາແຫ່ງຊາດໃນການປ້ອງກັນ, ຕ້ານສໍ້ລາດບັງຫຼວງ… ຜູ້ແທນຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເພື່ອຍົກສູງບົດບາດຂອງສະພາແຫ່ງຊາດໃນວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ສະພາແຫ່ງຊາດຕ້ອງຍົກສູງຄຸນນະພາບກ່ຽວກັບການປະກາດໃຊ້ບັນດາເອກະສານນິຕິກຳ ເພື່ອແນໃສ່ຈຳກັດກາລະໂອກາດສໍ້ລາດບັນຫຼວງ; ຍົກສູງຄຸນນະພາບຂໍ້ຕົກລົງ, ອະນຸມັດຜ່ານ ແລະ ຕິດຕາມກວດກາງົບປະມານ, ຕົກລົງບັນດາລາຍການ, ໂຄງການສຳຄັນຂອງປະເທດຊາດ.