ຍົກ​ເລີກ​ການຈັ​ດງານ​ມະ​ຫາ​ກຳ​ກິ​ລາ​ຄົນ​ພິ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 10

(VOVWORLD) -ຟີລິບປິນ ໂດຍເປັນປະເທດເຈົ້າພາບຈັດຕັ້ງງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕຄັ້ງທີ 10 (ASEAN ParaGame 10), ໄດ້ປະກາດຍົກເລີກການຈັດຕັ້ງເຫດການດັ່ງກ່າວຢ່າງເປັນທາງການ.

ການຕັດສິນໄດ້ວາງອອກພາຍຫຼັງຄະນະກຳມະການກິລາຟີລິບປິນ (PSC) ປະກາດໂຈະບັນດາການເຄື່ອນໄຫວກິລາທັງໝົດຢູ່ຟີລິບປິນຊົ່ວຄາວ ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020 ຍ້ອນສະພາບການສັບສົນຂອງໂລກລະບາດ Covid – 19.

ເບື້ອງຕົ້ນ, ງານມະຫາກຳກິລາມີກຳນົດ ຈັດຕັ້ງຂຶ້ນໃນເດືອນມັງກອນ ປີ 2020 ແຕ່ວ່າ ຕ້ອງເລື່ອນວັນເວລາຈັດຕັ້ງໄປຍັງເດືອນມີນາ ປີ 2020 ຍ້ອນຄວາມຫຍຸ້ງຍາກດ້ານການເງິນ ແລະ ສາຍເຫດດ້ານເຕັກນິກ. ຫຼັງຈາກນັ້ນ, ງານມະຫາກຳກິລາໃຫຍ່ທີ່ສຸດໃນພາກພື້ນ ສຳລັບບັນດານັກກິລາຄົນພິການພັດສືບຕໍ່ເລື່ອນວັນເວລາຈັດຕັ້ງເປັນຄັ້ງທີ 2 ຍ້ອນບັນດາຄວາມວິຕົກກັງວົນກ່ຽວກັບໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ