ຍັງບໍ່ທັນມີແຫຼ່ງຂ່າວກ່ຽວກັບແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ຕິດເຊື້ອ Covid-19

(VOVWORLD) -ຕາມກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ປັດຈຸບັນ, ມີແຮງງານ ຫວຽດນາມ ພວມເຮັດວຽກຢູ່ ສ.ເກົາຫຼີ ເກືອບ 50.000 ຄົນ. (ໄລ່ສະເພາະແຕ່ປີ 2019, ຈຳນວນຄົນ ຫວຽດນາມ ໄປເຮັດວຽກຢູ່ ສ.ເກົາຫຼີ ແມ່ນກ່ວາ 7.000 ຄົນ.)
ຍັງບໍ່ທັນມີແຫຼ່ງຂ່າວກ່ຽວກັບແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ຕິດເຊື້ອ Covid-19 - ảnh 1ແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ (ພາບ: VHRC)

        ຕໍ່ໜ້າຂໍ້ມູນຂ່າວສານກ່ຽວກັບຈຳນວນຄົນຕິດໂລກລະບາດ Covid-19 ຢູ່ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງໃນຊຸມວັນມໍ່ໆມານີ້, ກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໄດ້ຊີ້ນຳຄະນະຄຸ້ມຄອງແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງຕິດຕາມ, ອັບດັດຂໍ້ມູນຂ່າວສານກ່ຽວກັບສະພາບແຮງງານຢູ່ປະເທດນີ້. ພິເສດແມ່ນແຮງງານຢູ່ 2 ເຂດເກີດໂລກລະບາດຂອງ ສ.ເກົາຫຼີ ແມ່ນນະຄອນ Daegu ແລະ ແຂວງ Gyeongbuk ທີ່ມີແຮງງານ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກກ່ວາ 4.000 ຄົນ. ທ່ານນາງ ເຈິ່ນທິເວິນຮ່າ, ຫົວໜ້າຫ້ອງການຖະແຫຼງຂ່າວສື່ສານ, ກົມຄຸ້ມຄອງແຮງງານຕ່າງປະເທດໃຫ້ຮູ້ວ່າ: ຕາມການລາຍງານຂອງຄະນະຄຸ້ມຄອງແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ແລ້ວ, ໄລ່ຮອດປັດຈຸບັນ ຍັງບໍ່ທັນມີແຫຼ່ງຂ່າວກ່ຽວກັບສະພາບແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ຕິດເຊື້ອພະຍາດ Covid-19. 

        “ປັດຈຸບັນ, ຕາມຂໍ້ມູນຂ່າວສານ ເຊິ່ງຄະນະຄຸ້ມຄອງແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ກຳໄດ້ນັ້ນ ແມ່ນຍັງບໍ່ທັນມີຂໍ້ມູນຂ່າວສານກ່ຽວກັບເລື່ອງຊາວ ຫວຽດນາມ ພວມເຮັດວຽກຢູ່ ສ.ເກົາຫຼີ ຕິດເຊື້ອພະຍາດ. ແລະ ປັດຈຸບັນຢູ່ ສ.ເກົາຫຼີ, ບັນດາຊ່ອງຕິດຕໍ່ໜູນຊ່ວຍດ້ວຍພາສາ ຫວຽດນາມ ຂອງບັນດາສູນໜູນຊ່ວຍແຮງງານ ກໍ່ສະໜອງ ແລະ ອັບດັດຂໍ້ມູນຂ່າວສານກ່ຽວກັບສະພາບການຂອງໂລກລະບາດ ກໍ່ຄືວິທີການປ້ອງກັນໃຫ້ແກ່ແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ