ຍີ່ປຸ່ນ ຍົກເລີກບັນດາການເຄື່ອນໄຫວ Olympic ແລະ Paralympic 2020 ຢູ່ ສະຖານທີ່ສາທາລະນະ

(VOVWORLD) -ມະຫາຊົນພວມມີຄວາມວິຕົກກັງວົນກ່ຽວກັບຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ມີຄວາມສ່ຽງເພິ່ມຂຶ້ນຢ່າງແຮງ ຍ້ອນໄວຣັດ SARS-CoV-2  ສາຍພັນໃໝ່ຍັງແຜ່ລະບາດຢ່າງແຮງ.
ຍີ່ປຸ່ນ ຍົກເລີກບັນດາການເຄື່ອນໄຫວ Olympic ແລະ Paralympic 2020 ຢູ່ ສະຖານທີ່ສາທາລະນະ - ảnh 1(ພາບປະກອບ: THX/TTXVN)

ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ-19 ແຜ່ລະບາດ, ວັນທີ 19 ມິຖຸນາ, ຜູ້ວ່າການລັດໂຕກຽວ Yuriko Koike ແຈ້ງວ່າ ໄດ້ຍົກເລີກທຸກການເຄື່ອນໄຫວຕິດຕາມຢູ່ ສະຖານທີ່ສາທາລະນະ ໃນງານມະຫາກຳກິລາ Olympic ແລະ Paralympic ລະດູແລ້ງຢູ່ນະຄອນຫຼວງ ໂຕກຽວ ຂອງ ຍີປຸ່ນ ເຊິ່ງຈະດຳເນີນໃນເດືອນ ກໍລະກົດ ຈະມາເຖິງ.

ແຈ້ງການດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ໃນເວລາປະມານ 1 ເດືອນຕື່ມອີກ ງານມະຫາກຳກິລາ Olympic Tokyo 2020 ຈະໄຂຂຶ້ນ. ມະຫາຊົນພວມມີຄວາມວິຕົກກັງວົນກ່ຽວກັບຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ມີຄວາມສ່ຽງເພິ່ມຂຶ້ນຢ່າງແຮງ ຍ້ອນໄວຣັດ SARS-CoV-2  ສາຍພັນໃໝ່ຍັງແຜ່ລະບາດຢ່າງແຮງ.

ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ຜູ້ວ່າການລັດ Yuriko Koike ຈະດຳເນີນກ່ອນກອງປະຊຸມທາງອອນລາຍ ຂອງບັນດາຜູ້ຈັດຕັ້ງ Olympic ແລະ Paralympic ໃນວັນທີ 21 ມິຖຸນາ. ທີ່ກອງປະຊຸມນີ້, ຄະນະຈັດຕັ້ງຈະຕົກລົງອະນຸຍາດຈຳນວນຜູ້ມາຊົມບັນດາການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ